ປະທານປະເທດ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ
(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງ ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານ ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານພົນໂທ ຫງວຽນເຕິນເກືອງ (ພາບ: baochinhphu.vn) |
ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງ ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານ ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ໃນຖານະຕຳແໜ່ງໃໝ່, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຍາມໃດກໍຢຶດໝັ້ນ, ຈົງຮັກພັກດີຕໍ່ພາລະກິດປະຕິວັດຂອງພັກ, ລັດ ແລະ ປະຊາຊົນ; ເປັນເຈົ້າການ, ກຳແໜ້ນສະພາບການ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງບັນດາມາດຕະການຊີ້ນຳນຳພາ, ສ້າງ ແລະ ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນ, ແນວຮົບປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ ແລະ ສ້າງກອງທັບປະຊາຊົນ ຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ ແລະ ທັນສະໄໝເທື່ອລະກ້າວ.