(VOVWORLD) -ຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ກາຕາ, ບຣາຊິນ, ສະໂລເວເນຍ, ປອກຕຸຍການ, ເອສໂຕເນຍ ແລະ ກີນີ ເຂົ້າຍື່ນສານຕາຕັ້ງ.
ທ່ານປະທານປະເທດ ວໍ້ວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຕາ Khalid Ali Abdullah Abel |
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຕາ Khalid Ali Abdullah Abel, ທ່ານປະທານປະເທດ ວໍ້ວັນເຖືອງ ປາດຖະໜາ ວ່າ ຈະໄດ້ຕ້ອນຮັບກະສັດ ກາຕາ ມາຢ້ຽມຢາມ ຫວຽດນາມ ໃນປີນີ້, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ. ທ່ານປະທານປະເທດ ປາດຖະໜາວ່າ 2 ຝ່າຍຜັນຂະຫຍາຍບັນດາຄຳໝັ້ນສັນຍາດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ນ້ຳມັນອາຍແກັສ, ພະລັງງານທົດແທນ, ລົດໄຟຟ້າ, ຜະລິດຕະພັນກະເສດ; ຊຸກຍູ້ການເຈລະຈາ ແລະ ເຊັນສັນຍາຮ່ວມມືໃນຂົງເຂດພາສີ, ຍຸຕິທຳ, ວັດທະນະທຳ, ການທ່ອງທ່ຽວ...
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ບຣາຊິນ Marco Farani, ທ່ານປະທານປະເທດ ວໍ້ວັນເຖືອງເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ບຣາຊິນ ເພື່ອ ປຶກສາຫາລືກ່ຽວກັບການເປີດຕະຫຼາດຜະລິດຕະພັນກະເສດຂອງ 2 ຝ່າຍ; ສະເໜີໃຫ້ ບຣາຊິນ ສືບຕໍ່ຍູ້ແຮງບັນດາປະເທດດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) ໂດຍໄວ. ຫວຽດນາມ ຍິນດີເປັນຂົວຕໍ່ເພີ່ມທະວີການພົວພັນລະຫວ່າງ ອາຊຽນ ແລະ ບຣາຊິນ, ລະຫວ່າງ ອາຊຽນ ແລະ MERCOSUR.
ທ່ານປະທານປະເທດ ວໍ້ວັນເຖືອງ ແລະທ່ານນາງ Alenka Suhadolnik ເອກອັກຄະລັດຖະທູດ ສະໂລວີເນຍ |
ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບ ທ່ານນາງ Alenka Suhadolnik ເອກອັກຄະລັດຖະທູດ ສະໂລວີເນຍ, ທ່ານປະທານປະເທດ ວໍ້ວັນເຖືອງ ໃຫ້ຮູ້ວ່າ: ວົງເງິນການຄ້າສອງສົ້ນບັນລຸກວ່າ 570 ລ້ານ USD ໃນປີກາຍນີ້ ແມ່ນຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ. ສະນັ້ນ, ສອງປະເທດຄວນຊຸກຍູ້ການຮ່ວມມືຕື່ມອີກ, ພິເສດແມ່ນໃນຂົງເຂດຜະລິດກົນຈັກ, ອັດຕະໂນມັດ, ການບໍລິການ logistic, ການປຸງແຕ່ງອາຫານ ແລະ ອື່ນໆ.
ທ່ານເອກອັກຄະລັດຖະທູດ ປອກຕຸຍການ João Weistein ເຂົ້າຍື່ນສານຕາຕັ້ງຕໍ່ທ່ານປະທານປະເທດວໍ້ວັນເຖືອງ |
ເມື່ອແລກປ່ຽນກັບ ເອກອັກຄະລັດຖະທູດ ປອກຕຸຍການ João Weistein, ທ່ານປະທານປະເທດວໍ້ວັນເຖືອງສະເໜີ ທ່ານເອກອັກຄະລັດຖະທູດ ຍູ້ແຮງການ ສ້າງຕັ້ງການພົວພັນຮ່ວມມື, ຜູກສ່ຽວລະຫວ່າງ ບັນດາທ້ອງຖິ່ນຂອງ ສອງປະເທດ. ທ່ານປະທານປະເທດກໍ່ສະເໜີໃຫ້ ປອກຕຸຍການ ສືບຕໍ່ຍູ້ແຮງບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ EU - ຫວຽດນາມ ໂດຍໄວ, ແລະ ຊຸກຍູ້ຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ.
ທີ່ການພົບປະຕ່າງໆ, ທ່ານປະທານປະເທດກໍ່ສະເໜີບັນດາປະເທດສືບຕໍ່ສະໜັບ ສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ