ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ພົບປະກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ເມືອງ ກູ໋​ຈີ ແລະ ເມືອງຫອກ​ໂມນ

(VOVWORLD) -ທີ່ການພົບປະ, ຜູ້ມີສິດເລືອກຕັ້ງມີຄວາມສົນໃຈຕໍ່ບັນຫາໃຫ່ຍຂອງປະເທດຊາດ, ສົນໃຈຕໍ່ບັນຫາທີ່ດິນ, ສືບຕໍ່ຍູ້ແຮງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍບໍ່ມີເຂດຫ້າມ.
ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ພົບປະກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ເມືອງ ກູ໋​ຈີ ແລະ ເມືອງຫອກ​ໂມນ    - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊ່ວນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: VGP)

ວັນທີ 11 ພຶດສະພາ ຢູ່ນະຄອນໂຮ່ຈີມິນ, ທ່ານປະທານປະເທດ ຫງວຽນຊ່ວນຟຸກ ພ້ອມກັບໜ່ວຍສະມາຊິກສະພາແຫ່ງຊາດ ຫວຽດນາມ ນະຄອນໂຮ່ຈີມິນ ເຂດເລືອກຕັ້ງທີ 10, ພົບປະກັບຜູ້ມີສິດເລືອກຕັ້ງສອງເມືອງ ກູ໋ຈີ ແລະ ຫອກໂມນ ຕາມຮູບແບບເຊິ່ງໜ້າ ແລະ ທາງໄກ, ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 03 ສະພາແຫ່ງຊາດຊຸດທີ 15.

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງມີຄວາມສົນໃຈຕໍ່ບັນຫາໃຫ່ຍຂອງປະເທດຊາດ, ສົນໃຈຕໍ່ບັນຫາທີ່ດິນ, ສືບຕໍ່ຍູ້ແຮງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍບໍ່ມີເຂດຫ້າມ.

ກ່າວຄຳປາໄສທີ່ການພົບປະກັບຜູ້ມີສິດເລືອກຕັ້ງ,  ທ່ານປະທານປະເທດ ຫງວຽນຊ່ວນຟຸກ ໄດ້ແຈ້ງໃຫ້ຊາບບາງໝາກຜົນຂອງປະເທດຊາດ, ທັງດ້ານເສດຖະກິດສັງຄົມ, ການພົວພັນຕາງປະເທດຂອງປະເທດຊາດ, ໃນນັ້ນ, ເສດຖະກິດຂອງນະຄອນໂຮ່ຈີມິນ ແລະ ທົ່ວປະເທດກຳລັງຟື້ນຟູເປັນຢ່າງດີ, ທ່ານປະທານປະເທດ ຫງວຽນຊ່ວນຟຸກ ກໍ່ໄດ້ຍົກບາງເນື້ອໃນສຳຄັນທີ່ໄດ້ນຳມາປຶກສາຫາລືຢູ່ກອງປະຊຸມ, ໃນນັ້ນມີການຍູ້ແຮງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

ສູນກາງພັກໄດ້ປຶກສາຫາລື ແລະ ມີມະຕິກ່ຽວກັບການສ້າງຕັ້ງຄະນະຊີ້ນຳປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຢູ່ຂັ້ນແຂວງ, ນະຄອນ. ປະຈຸບັນນີ້ ຄະນະຊີ້ນຳປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ປະກົດການຫຍໍ້ທໍ້ ຢູ່ຂັ້ນສູນກາງແມ່ນເຮັດໄດ້ດີແລ້ວ ແຕ່ຕ້ອງມອບໃຫ້ທ້ອງຖິ່ນເຮັນຳກັບພາກສ່ວນໂດຍເລຂາຄະນະພັກແຂວງ, ຄະນະພັກນະຄອນເປັນຫົວໜ້າຄະນະ.

ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫງວຽນຊ່ວນຟຸກ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ