ປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເປີດນຳໃຊ້ເຂດອະນຸສອນສະຖານ ຮ່ອນເຕົາ - ແດວແລ
(VOVWORLD) - ຕອນເຊົ້າວັນທີ 18 ທັນວາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ປະຕິບັດພິທີເປີດນຳໃຊ້ ເຂດອະນຸສອນສະຖານ ຮ່ອນເຕົາ - ແດວແລ, ຢູ່ຕາແສງ ເກ້ລອງ, ເມືອງເກເຊີນ, ແຂວງ ກ໋ວາງນາມ.
ທ່ານປະທານປະທານ ຫງວຽນຊວັນຟຸກ ຕັດແຖບຜ້າ ເປີດນຳໃຊ້ເຂດອະນຸສອນສະຖານ ຮ່ອນເຕົາ - ແດວແລ |
ກ່າວຄຳເຫັນທີ່ພິທີ, ທ່ານປະທານປະທານ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໂຄງການເຂດອະນຸສອນສະຖານ ຮ່ອນເຕົາ - ແດວແລ ແມ່ນສະຖານທີ່ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຜູ້ເສຍສະຫຼະຊີວິດ, ອຸທິດຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ. ທ່ານປະທານປະເທດ ຫວັງວ່າຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ເກ້ເຊີນ, ແຂວງ ກ໋ວາງນາມ ຈະປະຕິບັດການຄຸ້ມຄອງ, ຮັກສາເປັນຢ່າງດີ ແລະ ເສີມຂະຫຍາຍມຸນຄ່າຂອງໂຄງການດັ່ງກ່າວຢ່າງມີປະສິດທິຜົນ, ແທດຈິງ ເພື່ອໃຫ້ສະຖານທີ່ແຫ່ງນີ້ກາຍເປັນບ່ອນສຶກສາມູນເຊື້ອໃຫ້ແກ່ຄົນລຸ້ນໜຸ່ມ, ແມ່ນຈຸດພົ້ນເດັ່ນທາງດ້ານວັດທະນະທຳ, ເຊື່ອມຕໍ່ກັບເຄືອຂ່າຍບັນດາມໍລະດົກປະຫວັດສາດ - ວັດທະນະທຳ, ທັດສະນີຍະພາບຂອງແຂວງ ກ໋ວາງນາມ ແລະ ເຂດພາກກາງ, ຮັບໃຊ້ແຂກທ່ອງທ່ຽວ ແລະ ໄວ້ອາໄລ.
ເນື້ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ມອບຂອງຂວັນໃຫ້ແກ່ແມ່ຫວຽດນາມ ວິລະຊົນ ບຸຍທິຕວຽນ ແລະ ທ່ານນາງ ເຈິ່ນທິລານ ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຢູ່ເມືອງ ເກເຊີນ, ແຂວງ ກ໋ວາງນາມ.