ປະທານປະເທດ ຫວໍວັນເຖືອງ ສົ່ງຈົດໝາຍເຖິງຂະແໜງສຶກສາເນື່ອງໃນ ໂອກາດໄຂສົກຮຽນໃໝ່

(VOVWORLD) - ໃນຈົດໝາຍ, ທ່ານປະທານປະເທດ ຢັ້ງຢືນວ່າ ແຕ່ລະສົກຮຽນໃໝ່ແມ່ນ ການເດີນທາງທີ່ມີຄວາມໝາຍບົນເສັ້ນທາງສະສົມພູມປັນຍາ, ຝຶກຝົນຫຼໍ່ຫຼອມທັກສະ, ຄຸນສົມບັດ, ສ້າງບັນດາຄຸ້ນຄ່າອັນດີງາມ ແລະ ໝັ້ນຄົງເພື່ອພັດທະນາຕົນເອງ.

ວັນທີ 4 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມີຈົດໝາຍສ່ົງເຖິງ ຂະແໜງສຶກສາ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2023 – 2024.

          ໃນຈົດໝາຍ, ທ່ານປະທານປະເທດ ຢັ້ງຢືນວ່າ ແຕ່ລະສົກຮຽນໃໝ່ແມ່ນ ການເດີນທາງທີ່ມີຄວາມໝາຍບົນເສັ້ນທາງສະສົມພູມປັນຍາ, ຝຶກຝົນຫຼໍ່ຫຼອມທັກສະ, ຄຸນສົມບັດ, ສ້າງບັນດາຄຸ້ນຄ່າອັນດີງາມ ແລະ ໝັ້ນຄົງເພື່ອພັດທະນາຕົນເອງ. ຄວາມຄາດຫວັງພັດທະນາ ປະເທດຊາດໃຫ້ນັບມື້ນັບວັດທະນາຖາວອນ, ຜາສຸກ, “ທັດທຽມກັບບັນດາປະເທດ ມະຫາອຳນາດໃນໂລກ” ພຽງບັນລຸໄດ້ເມື່ອປະເທດຊາດມີບັນດາ ພົນລະເມືອງມີພູມປັນຍາ ແລະ ຄຸນນະທາດ, ຮູ້ຮັກແພງຄອບຄົວ, ມີຈິດໃຈຮັກຊາດ, ຮັກແພງພໍ່ແມ່ພີນ້ອງຮ່ວມຊາດ ຂອງຕົນ, ມີການປະພຶດໃນຊີວິດເປັນຢ່າງດີ ແລະ ປະຕິບັດວຽກງານຢ່າງມີປະສິດທິຜົນ.

                    ທ່ານປະທານປະເທດ ຊີ້ແຈ້ງວ່າ: ພັກ, ລັດ ຍາມໃດກໍ່ກຳນົດວ່າ ການສຶກສາ ແມ່ນລັດຖະນະໂຍບາຍແຖວໜ້າ. ການສຶກສາ, ການຝຶກຝົນຫຼໍ່ຫຼອມພວກນ້ອງແມ່ນໜ້າທີ່ ລວມຂອງໂຮງຮຽນ - ຄອບຄົວ ແລະ ສັງຄົມ. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ ອຳນາດການປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ໃຫ້ແກ່ພາລະກິດແຫ່ງການສຶກສາ ດ້ວຍບັນດານະໂຍບາຍຊີ້ຂາດຢ່າງທັນການ ແລະ ຖືກຕ້ອງ, ສ້າງສະພາບແວດລ້ອມ ການສຶກສາໂປ່ງໃສ, ປອດໄພ ເພື່ອໃຫ້ຄູສອນ ແລະ ນ້ອງໆນັກຮຽນໄດ້ເສີມຂະຫຍາຍກຳລັງ ຄວາມສາມາດປະດິດຄິດສ້າງ, ປະກອບສ່ວນສຳຄັນເພື່ອປະຕິບັດສຳເລັດການປ່ຽນແປງໃໝ່ ຂະແໜງສຶກສາຂອງປະເທດຊາດໂດຍພື້ນຖານ ແລະ ຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ