ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ

(VOVWORLD) - ທ່ານລັດຖະມົນຕີ Prak Sokhonn ອວຍພອນບັນດາຜົນງານໃຫຍ່ຫຼວງຂອງລັດ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມ
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ - ảnh 1ການຕ້ອນຮັບໃນຕອນບ່າຍວັນທີ 17 ພຶດສະພາ

ຕອນບ່າຍວັນທີ 17 ພຶດສະພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Prak Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ເນື່ອງໃນໂອກາດໄປຢ້ຽມຢາມ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 16 ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ. ທີ່ການຕ້ອນຮັບ, ຜ່ານທ່ານລັດຖະມົນຕີ Prak Sokhonn, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຝາກຄຳຢື້ຢາມຖາມຂ່າວເຖິງພະບາດສົມເດັດ Norodom Sihamoni, ສະແດງຄວາມປາດຖະໜາຢາກຕ້ອນຮັບພະບາດສົມເດັດ ມາຢ້ຽມຢາມ ຫວຽດນາມ ໃນທ້າຍປີນີ້. ເມື່ອແລກປ່ຽນກ່ຽວກັບບັນດາບັນຫາຮ່ວມມືລະຫວ່າງ 2 ປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊົມເຊີຍບັນດາຄວາມມານະພະຍາຍາມຂອງອົງການກ່ຽວຂ້ອງຂອງ 2 ປະເທດໃນໄລຍະຜ່ານມາໄດ້ປະຕິບັດສຳເລັດວຽກງານປັກຫຼັກໝາຍຊາຍແດນ.

        ສ່ວນທ່ານລັດຖະມົນຕີ Prak Sokhonn ອວຍພອນບັນດາຜົນງານໃຫຍ່ຫຼວງຂອງລັດ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມ, ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດຄາດໝາຍຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ