ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ແດນໝາກ
ທ່ານປະທານປະເທດ ເຈີນດ້າຍກວາງຕ້ອນຮັບທ່ານນາງເອກອັກຄະລັດຖະທູດແດນໝາກ Charlotte Laursen |
(vovworld)- ຕອນບ່າຍວັນທີ 20/7, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງເອກອັກຄະລັດຖະທູດແດນໝາກ Charlotte Laursen ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດວຽກງານຢູ່ຫວຽດນາມ, ປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ ລັດຫວຽດນາມຖືເປັນສຳຄັນການພັດທະນາສາຍພົວພັນທີ່ເປັນມູນເຊື້ອອັນດີງາມກັບແດນໝາກ. ທ່ານປະທານປະເທດ ເຈີນດ້າຍກວາງໄດ້ຊົມເຊີຍເລື່ອງລັດຖະບານແດນໝາກເລືອກເອົາຫວຽດນາມແມ່ນໜຶ່ງໃນ 10 ປະເທດເພື່ອຜັນຂະຫຍາຍຍຸດທະສາດການເຕີບໂຕ. ປະທານປະເທດ ເຈີນດ້າຍກວາງ ເຊື່ອໝັ້ນວ່າ ສັນຍາການຄ້າເສລີ ຫວຽດນາມ - EU ທີ່ໃກ້ຈະລົງນາມຢ່າງເປັນທາງການ ຈະເປີດຫຼາຍກາລະໂອກາດຮ່ວມມືໃໝ່ລະຫວ່າງຫວຽດນາມ - EU, ໃນນັ້ນ ມີປະຊາຄົມວິສາຫະກິດ 2 ປະເທດ.
ສ່ວນທ່ານນາງເອກອັກຄະລັດຖະທູດແດນໝາກ Charlotte Laursen ໃຫ້ຮູ້ວ່າ ຫວຽດນາມແມ່ນຕະຫຼາດຊຶ່ງບັນດານັກລົງທຶນແດນໝາກມີຄວາມສົນໃຈທີ່ສຸດ. ຫວຽດນາມ ແລະ ແດນໝາກຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາສາຍພົວພັນໃຫ້ດີຍິ່ງໆຂຶ້ນ.