ປະທານປະເທດ ເຈີນດ້າຍກວາງ ພົບປະກັບຜູ້ແທນຊາວໜຸ່ມດີເດັ່ນກຸ່ມບັນດາອົງການສູນກາງ
(VOVWORLD) -ຕອນເຊົ້າວັນທີ 22 ພຶດສະພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການພົບປະກັບຜູ້ແທນຊາວໜຸ່ມດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ 70 ຄົນທີ່ມາຈາກກຸ່ມບັນດາອົງການສູນກາງຢ່າງສະໜິດສະໜົມ.
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງພົບປະກັບຜູ້ແທນຊາວໜຸ່ມດີເດັ່ນກຸ່ມບັນດາອົງການສູນກາງ
(ພາບ: VOV)
|
ທີ່ການພົບປະ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ອົງການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມກຸ່ມບັນດາອົງການສູນກາງ ຈົ່ງເພີ່ມທະວີວຽກງານການສຶກສາດ້ານການເມືອງ, ແນວຄິດ, ເພີ່ມພູນຄູນສ້າງອຸດົມຄະຕິ, ຄວາມໃຝ່ຝັນ, ຄວາມເຊື່ອໝັ້ນ, ຄວາມມຸ່ງມາດປາດຖະໜາອັນສູງສົ່ງໃຫ້ແກ່ຊາວໜຸ່ມ; ສຸມໃສ່ກໍ່ສ້າງອົງການຊາວໜຸ່ມໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ທັງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດ. ພ້ອມທັງຕ້ອງຖືເປັນສຳຄັນການປະຕິບັດຄຸນສົມບັດວຽກຫຼວງຕາມແນວຄິດຂອງປະທານໂຮ່ຈີມິນ, ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນໜຸ່ມເປັນແບບຢ່າງທີ່ພົ້ນເດັ່ນໃຫ້ໄວໜຸ່ມທົ່ວປະເທດ.
ທ່ານປະທານປະເທດ ກໍຮຽກຮ້ອງໃຫ້ບັນດາຊາວໜຸ່ມ ທີ່ເປັນກຽດໄດ້ຮັບນາມມະຍົດ “ຊາວໜຸ່ມດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ປີ 2018” ສືບຕໍ່ສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງຜະທານໂຮ່ຈີມິນ, ມານະພະຍາຍາມສູ້ຊົນ ສ້າງຜົນງານດີເດັ່ນໃຫ້ຫຼາຍກວ່າອີກ.