ປະທານປະເທດ ເຈີ່ນດ້າຍກວາງ ມອບສານແຕ່ງຕັ້ງບັນດາເອກອັກຄະລັດຖະທູດ

(VOVWORLD) - ວັນທີ 16 ມິຖຸນາ, ທີ່ສຳນັກງານປະທານປະເທດ, ຫ້ອງວ່າການປະທານປະເທດ ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດແຕ່ງຕັ້ງຫົວໜ້າອົງການຕ່າງໜ້າ ຫວຽດນາມ ປະຈຳຕ່າງປະເທດອາຍຸການ 2017 – 2020
ປະທານປະເທດ ເຈີ່ນດ້າຍກວາງ ມອບສານແຕ່ງຕັ້ງບັນດາເອກອັກຄະລັດຖະທູດ - ảnh 1 ປະທານປະເທດ ເຈີ່ນດ້າຍກວາງ ມອບສານແຕ່ງຕັ້ງບັນດາເອກອັກຄະລັດຖະທູດ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມ ແລະ ມອບຂໍ້ຕົກລົງໃຫ້ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳຕ່າງປະເທດ 22 ທ່ານ.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຮຽກຮ້ອງບັນດາຫົວໜ້າອົງການຕ່າງໜ້າ ຫວຽດນາມ ປະຈຳຕ່າງປະເທດປະຕິບັດ 3 ໜ້າທີ່ຈຸດສຸມໃນການພົວພັນຕ່າງປະເທດຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີວ່າ ບັນດາຫົວໜ້າອົງການຕ່າງໜ້າ ຫວຽດນາມ ປະຈຳຕ່າງປະເທດໝູນຳໃຊ້ແນວຄິດພົວພັນຕ່າງປະເທດ ໂຮ່ຈີມິນ ຢ່າງມີໄຫວພິບ, ສືບຕໍ່ປ່ຽນໃໝ່ “ຈິນຕະນາການພົວພັນຕ່າງປະເທດ” ຕາມທິດຮັບໃຊ້ ບັນດາຈຸດໝາຍພັດທະນາແບບຍືນຍົງ ແລະ ຈຸດໝາຍຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດໃຫ້ດີທີ່ສຸດ.

        “ຕ້ອງກຳນົກແຈ້ງການເຊື່ອມໂຍງແມ່ນທ່າອ່ຽງ, ທິດທາງຕົ້ນຕໍຂອງໂລກໃນປະຈຸບັນ, ມີຄວາມສາມາດປ່ຽນແປງທີ່ຕັ້ງຂອງປະເທດຊາດຢ່າງວ່ອງໄວ, ຕ້ອງສືບຕໍ່ຍູ້ແຮງການເຊືຶ່ອມໂຍງເຂົ້າກັບສາກົນ. ແຕ່ໃນວິວັດທະນາການນັ້ນ ພວກເຮົາຄວນມີການຈຳແນກກຳນົດ ຫວຽດນາມ ໃຫ້ຖືກກັບທິດທາງຕົ້ນຕໍ, ເໝາະສົມກັບຜົນປະໂຫຍດແຫ່ງຊາດ - ຊົນຊາດ. ບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ມີຄວາມຮັບຜິດຊອບເປັນເສນາທິການໃຫ້ການນຳຂັ້ນເທິງ ເພື່ອມີບັນດາມາດຕະການ ທັນທີ, ເໝາະສົມ; ແກ້ໄຂບັນຫາຊາຍແດນ, ຜືນແຜ່ນດີນຢ່າງຖືກຕ້ອງ. ນີ້ແມ່ນໜ້າທີ່ປະຈຳ, ຍາວນານ, ສຳຄັນ ເຊິ່ງບັນດາສະຫາຍຍາມໃດກໍ່ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດຢ່າງເດັດດຽວ, ຢຶດໝັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ