ປະທານປະເທດ ເຈີນດ້າຍກວາງ ເຈລະຈາກັບ ປະທານາທິບໍດີ Madagascar


ປະທານປະເທດ ເຈີນດ້າຍກວາງ ເຈລະຈາກັບ ປະທານາທິບໍດີ Madagascar  - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ເຈ​ລະ​ຈາ​ກັບ
ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ Madagascar ເຮ​ຣີ ຣາ​ຢາວ​ນາ​ຣີ​ມາມປີ​ອາ​ນີ​ອາ

(vovworld)-  ຕອນ​ບ່າຍ​ວັນ​ທີ 25/11, ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ Antananarivo, Madagascar, ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ Madagascar ເຮ​ຣີ ຣາ​ຢາວ​ນາ​ຣີ​ມາມປີ​ອາ​ນີ​ອາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ເນື່ອງ​ໃນ​ໂອ​ກາດ​ມາ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ການ​ນຳ ທັງ 2 ໄດ້​ມີ​ການ​ເຈ​ລະ​ຈາ. ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ Madagascar ເຮ​ຣີ ຣາ​ຢາວ​ນາ​ຣີ​ມາມປີ​ອາ​ນີ​ອາ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ຂອງ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ​ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ຂະ​ນະ​ທີ່​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ປະ​ທານ​ປະ​ເທດ​ຄົນ​ທຳ​ອິດ​ຂອງ​ຫວຽດ​ນາມ​ມາ​ຢ້ຽມ​ຢາມ Madagascar.

     ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງຢື​ນ​ຢັນ​ວ່າ ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ກັບ Madagascar ໃນ​ບັນ​ດາ​ຂົງ​ເຂດ​ຊຶ່ງ​ຫວຽດ​ນາມ​ມີ​ທ່າ​ແຮງ ແລະ Madagascar ມີ​ຄວາມ​ຕ້ອງ​ການ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ຫວັງ​ວ່າ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ຜູ້​ແທນ, ຊຸກ​ຍູ້​ການ​ຮ່ວມມ​ືດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ເພື່ອ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ​່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ສະ​ເໜີ Madagascar ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ​ກອງ​ທັບ ຫວຽດ​ແທວ ຂອງ​ຫວຽດ​ນາມ​ເຂົ້າ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ໂທ​ລະ​ຄົມ​ຢູ່​ປະ​ເທດ​ນີ້.

     ການ​ນຳ​ທັງ 2 ຍັງ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ. 2 ຝ່າຍ​ເຫັນ​ດີ​ເຊີດ​ຊູ​ຈິດ​ໃຈ​ເຄົາ​ລົບ​ກົດ​ໝາຍ ແລະ ຫຼັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ແລະ  ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ Madagascar ເຮ​ຣີ ຣາ​ຢາວ​ນາ​ຣີ​ມາມປີ​ອາ​ນີ​ອາ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຄ້າ​ຂາຍ​ເຂົ້າ​ສານ​ລະ​ຫວ່າງ​ຫວຽດ​ນາມ ແລະ Madagascar.
ຂ່າວ/ບົດ​ອື່ນ