(vovworld) - ຕອນເຊົ້າວັນທີ 04/06, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນປະທານໂຮ່ຈິມິນອອກຄຳສັ່ງສອນ 6 ຂໍ້ສຳລັບກຳລັງຕຳຫຼວດປະຊາຊົນ, 65 ປີແຫ່ງວັນປະທານໂຮ່ຈິມິນ ໄດ້ອອກຄຳຮຽກຮ້ອງແຂ່ງຂັນເພື່ອຮັກສາດ ແລະ ຍ້ອງຍໍບັນດາແບບຢ່າງດີເດັ່ນໃນຂະແໜງຕຳຫຼວດ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງບັນດາຜົນງານທີ່ໃຫຍ່ຫຼວງເຊິ່ງກຳລັງຕຳຫຼວດປະຊາຊົນບັນລຸໄດ້ໃນການຮໍ່າຮຽນ ແລະ ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງລຸ່ງໂຮ່. ພ້ອມກັນນັ້ນ, ທ່ານປະທານປະເທດ ກໍຢືນຢັນວ່າ ໃນສະພາບຄືປະຈຸບັນ ຮຽກຮ້ອງໃຫ້ພະນັກງານ, ນັກຮົບຕຳຫຼວດປະຊາຊົນຍາມໃດກໍຍຶດໝັ້ນຄຸນນະທາດການເມືອງ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ, ມີຄຸນສົມບັດສິນທຳ ປະຕິວັດ, ພິລະອາດຫານ, ກ້າແກ່ນ, ສຳເລັດບົດບາດປັນແກ່ນສານ, ປະຈັນບານໃນພາລະກິດຕໍ່ສູ້ ແລະ ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ, ຊີ້ແຈ້ງວ່າ:
“ສືບຕໍ່ຍູ້ແຮງ, ຈັດຕັ້ງຂະບວນການ “ຕຳຫຼວດປະຊາຊົນຮຳ່ຮຽນ ແລະ ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງລຸງໂຮ່“ ຕິດພັນກັບການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ ຂອງປະທານ ໂຮ່ຈີມິນ ແລະ ປະຕິບັດມະຕິສູນກາງທີ 4 ຊຸດທີ 11 “ບາງບັນຫາຮີບດ່ວນໃນການກໍ່ສ້າງພັກໃນປະຈຸບັນ“ ເປັນຢ່າງດີ; ກໍ່ສ້າງອົງການພັກໃນກຳລັງຕຳຫຼວດປະຊາຊົນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ເດັດດຽວ, ສະກັດກັ້ນ, ຍູ້ຄວາມເສື່ອມທາດເສຍຄູນທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ອາດຍາສິດ, ການສໍ້ລາດບັງຫຼວງ, ການຟູມເຟືອຍໃນໝູ່ພະນັກງານ, ສະມາຊິກພັກ, ນັກຮົບໃນກຳລັງຕຳຫຼວດປະຊາຊົນໃຫ້ຖອຍໄປ “
ແລະກໍທີ່ພິທີ, ກະຊວງຕຳຫຼວດໄດ້ຍ້ອງຍໍ, ມອບທຸງແຂ່ງຂັ້ນດີເດັ່ນໃຫ້ແກ່ 211 ກົມກອງ, 45 ສ່ວນບຸກຄົນດີເດັ່ນໃນຂະບວນການ “ຕຳຫຼວດປະຊາຊົນຮໍ່າຮຽນ ແລະ ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງລຸ່ງໂຮ່”.