ປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບ ປະທານສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ Alexander Feldman
ທ່ານປະທານປະເທດ ເຈືອງເຕິນຊາງ ຕ້ອນຮັບທ່ານປະທານສະພາດຳເນີນທຸລະກິດ
ອາເມລິກາ-ອາຊຽນ Alexander Feldman
ພາບ: TTXVN
(vovworld) – ຕອນບ່າຍວັນທີ 18/3, ທ່ານປະທານປະເທດ ເຈືອງເຕິນຊາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ Alexander Feldman. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕິນຊາງສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ ໃນໄລຍະຜ່ານມາ; ຕີລາຄາສູງການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ ແລະ ບັນດາວິສາຫະກິດ ອາເມລິກາ ໃນການຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງ 2 ປະເທດ, ປະກອບສ່ວນນຳການພົວພັນ 2 ປະເທດໃຫ້ນັບມື້ນັບພັດທະນາ. ທ່ານປະທານປະເທດ ເຈືອງເຕິນຊາງ ສະເໜີສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ ກໍ່ຄືບັນດາວິສາຫະກິດ ອາເມລິກາ ທີ່ທຳມາຫາກິນຢູ່ ຫວຽດນາມ ສືບຕໍ່ເພີ່ມທະວີການປະກອບສ່ວນຢ່າງແທດຈິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືເສດຖະກິດ-ການຄ້າ ລະຫວ່າງ 2 ປະເທດ, ໃນນັ້ນມີການຊຸກຍູ້ບັນດາການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ກ່ວາອີກ. ອາເມລິກາ ຍົກເລີກບັນດາຮົ້ວກີດຂວາງດ້ານການຄ້າ, ເປີດປະຕູຕະຫຼາດໃຫ້ສິນຄ້າຂອງ ຫວຽດນາມ ກ່ວາອີກ, ສ້າງໄຫວພິບໃຫ້ ຫວຽດນາມ ໃນການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ພິເສດໃນສະພາບ 2 ປະເທດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນເປັນປົກກະຕິ (1995-2015).