ປະທານປະເທດ ເຈືອງເຕີ໋ນຊາງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ໂຮ່ຈີມິນ
ທ່ານປະທານປະເທດ ເຈືອງເຕີ໋ນຊາງ ພົບປະກັບຜູ້ມີສິດເລືອກຕັ້ງ
(ພາບ: ອິນເຕີແນດ)
(vovworld) – ວັນທີ 10/10, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ 4, ນະຄອນ ໂຮ່ຈີມິນ. ຜູ້ມີສິດເລືອກຕັ້ງຢູ່ເມືອງ 4 ໄດ້ຍົກຄວາມເຫັນກ່ຽວກັບບັນດາບັນຫາຄື: ການລົງຄະແນນສຽງໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາປະຊາຊົນເລືອກຕັ້ງ, ນະໂຍບາຍຂອງລັດກ່ຽວກັບບັນຫາຮັບປະກັນຊີວິດສັງຄົມ, ການວາງແຜນພັດທະນາຄົມມະນາຄົມ, ຕົວເມືອງ, ການປະຕິບັດປະກັນໄພສັງຄົມ...
ທ່ານປະທານປະເທດ ເຈືອງເຕີ໋ນຊາງ ໄດ້ຮັບເອົາຄຳເຫັນ ແລະ ຕອບບາງຄຳເຫັນຂອງຜູ້ມີສິດເລືອກຕັ້ງ. ກ່ຽວກັບນະໂຍບາຍພັດທະນາເຮືອນຢູ່ສັງຄົມ, ການວາງແຜນພັດທະນາຕົວເມືອງ, ທ່ານຢືນຢັນວ່າ, ພັກ, ລັດເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ ໄດ້ມີບັນດານະໂຍບາຍເພື່ອແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍປະຊາຊົນດຳລົງຊີວິດເປັນປົກກະຕິ. ກ່ຽວກັບການປ່ອນບັດໄວ້ວາງໃຈ, ທ່ານປະທານຖືວ່າ ນີ້ແມ່ນແຜນນະໂຍບາຍຖືກຕ້ອງທີ່ສຸດ, ເລື່ອງປ່ອນບັດແມ່ນການຕີລາຄາຂອງຜູ້ມີສິດເລືອກຕັ້ງ, ຂອງສະມາຊິກສະພາປະຊາຊົນທີ່ມີຕໍ່ພະນັກງານ ເພື່ອຮັບຮູ້ໄດ້ຕົວເອງ, ຜ່ານນັ້ນຈະແກ້ໄຂຂໍ້ຂາດຕົກບົກຜ່ອງ ແລະ ສືບຕໍ່ເສີມຂະຫຍາຍຈຸດດີ.