ປະທານປະເທດ ເຈືອງເຕີນຊາງ ພົບປະກັບ ຄົນພິການທີ່ດີເດັ່ນໃນທົ່ວປະເທດ
ທ່ານປະທານປະເທດ ເຈືອງເຕີນຊາງ ພົບປະກັບຄົນພິການທີ່ດີເດັ່ນໃນທົ່ວປະເທດ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 17/04, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະຢ່າງສະໜິດສະໜົມກັບຄະນະຜູ້ແທນຄົນພິການທີ່ດີເດັ່ນໃນທົ່ວປະເທດ ເນື່ອງໃນໂອກາດວັນເພື່ອຄົນພິການຫວຽດນາມ 18/04. ຢູ່ທີ່ນີ້, ທ່ານປະທານປະເທດຢືນຢັນວ່າ, ໃນຊຸມປີຜ່ານມາຍາມໃດພັກ, ລັດກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງວົງຄະນະຍາດຄົນພິການ ດ້ວຍບັນດານະໂຍບາຍ ແລະ ລະບອບລະອຽດ, ແທດຈິງ ຊ່ວຍຄົນພິການເຊື່ອມໂຍງເຂົ້າກັບຊີວິດສັງຄົມເທື່ອລະກ້າວ. ທ່ານປະທານປະເທດສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ປັບປຸງລະບົບນະໂຍບາຍກ່ຽວກັບຄົນພິການໃຫ້ສຳເລັດ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງເອົາໃຈໃສ່ເຖິງຊີວິດການເປັນຢູ່, ການດຳລົງຊີວິດ ແລະ ມີບັນດາການເຄື່ອນໄຫວໜູນຊ່ວຍໃຫ້ຄົນພິການຢູ່ທ້ອງຖິ່ນກວ່າອີກ. ພິເສດ, ບັນດາອົງການ, ອົງການຈັດຕັ້ງ ແລະ ບຸນຄົນທີ່ເຄື່ອນໄຫວເພື່ອຄົນພິການທັງຢູ່ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນສະຫະສະມາຄົມຄົນພິການຫວຽດນາມ, ສືບຕໍ່ເສີມຂະຫຍາຍບົດບາດ, ໜ້າທີ່ຂອງຕົນໃນວຽກງານໜູນຊ່ວຍ ແລະ ປົກປ້ອງສິດຜົນປະໂຫຍດຂອງຄົນພິການ, ພ້ອມທັງມີຮູບການເຊີດຊູຄົນພິການທີ່ເປັນແບບຢ່າງໃນການບື່ນຕົວຂຶ້ນໃນຊີວິດຢ່າງທັນການ.