ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມທາງລັດຖະກິດ ຮູງກາຣີ ແລະ ແດນມາດ
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ
(vovworld) – ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ຮູງກາຣີ Ader Janos ແລະ ພະລາຊິນີ ແດນມາດ Margrethe 2, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ພັນລະຍາຈະມີການຢ້ຽມຢາມທາງລັດຖະກິດ ຮູງກາຣີ ແຕ່ວັນທີ 15 – 17/9 ແລະ ລາຊະອານາຈັກ ແດນມາດ ແຕ່ວັນທີ 18 – 20/9. ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ເຈືອງເຕີນຊາງ ແລະ ພັນລະຍາ ເຖິງ ຮູງກາຣີ ແລະ ລາຊະອານາຈັກ ແດນມາດ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນບັນດາການພົວພັນສາກົນເປັນຫຼາຍຮູບຫຼາຍແບບ, ປັບປຸງ ແລະ ເພີ່ມເຕີມການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ຮູງກາຣີ ແລະ ລາຊະອານາຈັກ ແດນມາດ ກໍ່ຄືຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ ເອີລົບ ແລະ ຢູ່ໃນໂລກ.