ທ່ານປະທານປະເທດ ເຈືອງເຕິ໋ນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຍຸຕິທຳສູນກາງ
(ພາບ: ອິນເຕີແນດ)
(vovworld) - ຕອນບ່າຍວັນທີ 31/7, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຍຸຕິທຳສູນກາງ ໄດ້ເຮັດວຽກກັບຄະນະກຳມະການອົງຄະນະພັກກະຊວງຍຸຕິທຳ ກ່ຽວກັບສະຫຼຸບການປະຕິບັດມະຕິ 49 ຂອງກົມການເມືອງ ກ່ຽວກັບຍຸດທະສາດປະຕິຮູບ ດ້ານການຍຸຕິທຳ. ພາຍຫຼັງ 8 ປີ ແຫ່ງການຜັນຂະຫຍາຍມະຕິ 49 ຂອງກົມການເມືອງ ແລະ ບັນດາລາຍການ, ແຜນການຈຸດສຸມ ກ່ຽວກັບວຽກງານປະຕິຮູບດ້ານການຍຸຕິທຳ, ຂະແໜງຍຸຕິທຳໄດ້ຜັນຂະຫຍາຍຢ່າງເຂັ້ມງວດ, ຊີ້ນຳບັນດາອົງການ, ຫົວໜ່ວຍ, ທ້ອງຖີ່ນປະຕິບັດບັນດາໜ້າທີ່ໄດ້ຮັບມອບໝາຍ, ພ້ອມທັງມີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃນວິວັດແຫ່ງການປະຕິບັດ. ກ່າວຄວາມເຫັນທີ່ການເຮັດວຽກ. ທ່ານປະທານປະເທດເນັ້ນໜັກເຖິງຄວາມສຳຄັນຂອງມະຕິ 49 ໃນຍຸດທະສາດປະຕິຮູບດ້ານຍຸຕິທຳ ແລະ ສະເໜີໃຫ້ຂະແໜງຍຸຕິທຳ ສົມທົບກັບບັນດາຂັ້ນ, ຂະແໜງການອື່ນໆ ຍົກຂໍ້ສະເໜີ ແລະ ມາດຕະການແກ້ໄຂ ເພື່ອສ້າງບົດລາຍງານສະຫຼຸບໃຫ້ມີຄຸນນະພາບ, ປະກອບສ່ວນສ້າງຂະແໜງຍຸຕີທຳໃຫ້ປອດໃສ ແລະ ໝັ້ນຄົງ ເຂັ້ມແຂງ