ປະທານປະເທດ ເລດຶກແອັງແມ່ນແບບຢ່າງທີ່ດີເດັ່ນ ຈົງຮັກພັກດີຕໍ່ພັກ ແລະ ກະຕັນຍູຕໍ່ປະຊາຊົນ
(VOVWORLD) -ຕອນເຊົ້າວັນທີ 1 ທັນວາ, ຢູ່ແຂວງເທື່ອທຽນເຫ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງທ່ານອະດີດປະທານປະເທດ ເລດຶກແອັງ (ຄືວັນທີ 1 ທັນວາ 1920 – 1 ທັນວາ 2020).
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟູກກ່າວຄຳເຫັນທີ່ພິທີ (ພາບ: VGP) |
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ທ່ານອະດີດປະທານປະເທດ ເລດຶກແອັງ ແມ່ນແບບຢ່າງທີ່ດີເດັ່ນຂອງນັກປະຕິວັດທີ່ອົງອາດກ້າແກ່ນ, ຈົງຮັກພັກດີຕໍ່ພັກ ແລະ ກະຕັນຍູຕໍ່ປະຊາຊົນ. ທ່ານນາຍົກລັດຖະມົນຕີຖືວ່າ ຊີວິດການເຄື່ອນໄຫວປະຕິວັດຂອງອະດີດປະທານປະເທດ ເລດຶກແອັງ ໄດ້ສ້າງບັນດາມໍລະດົກອັນລ້ຳຄ່າຕໍ່ພາລະກິດປະຕິວັດຂອງ ພັກ ແລະ ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
ຮ່ຳຮຽນ ແລະ ປະຕິບັດຕາມສະຫາຍ ເລດຶກແອັງ ແລະ ບັນດາການນຳລຸ້ນກ່ອນທີ່ດີເດັ່ນ, ພວກເຮົາຍາມໃດກໍ່ເດີນຕາມເສັ້ນທາງເຊິ່ງ ພັກກອມມູນິດ ຫວຽດນາມ, ປະທານໂຮ່ຈີມິນ ແລະ ປະຊາຊົນຫວຽດນາມໄດ້ເລືອກເຟັ້ນ, ສືບຕໍ່ພາລະກິດປະຕິວັດສະຫງ່າລາສີຂອງບັນດາລຸ້ນພໍ່ລຸ້ນອາຍຢ່າງດີເດັ່ນ ອອກເຫື່ອແຮງສ້າງສາປະເທດຊາດ ໃຫ້ນັບມື້ນັບພັດທະນາ, ຮັ່ງມີເຂັ້ມແຂງ, ສີວິໄລ ແລະ ປົກປັກຮັກສາປະເທດຊາດທີ່ຮັກແພງໃຫ້ໝັ້ນແກ່ນ ເພື່ອຄວາມເຂັ້ມແຂງກຳລັງບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມຖືກຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງເພື່ອກ້າວຂຶ້ນສູ່ສັງຄົມນິຍົມ.
ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ, ວາງພວງມາລາຢູ່ເຂດສຸສານນະຄອນໂດຍມີການເຂົ້າຮ່ວມຂອງ ທ່ານຫງວຽນທ້ຽວເຍິນ ກຳມະການກົມການເມືອງ, ຫົວໜ້າຄະນະສະມາຊິກສະມາແຫ່ງຊາດນະຄອນໂຮ່ຈີມິນ ແລະ ທ່ານ ຫງວຽນວັນເນັນ ເລຂາສູນກາງພັກ, ເລຂາຄະນະພັກນະຄອນ.