ປະທານປະເທດ ເຮັດວຽກກັບຄະນະ ປະຈຳຄະນະພັກແຂວງ ທ້າຍງວຽນ
ທ່ານປະທານປະເທດ Truong Tan Sang ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ທ້າຍງວຽນ
(ພາບ: baothainguyen.org.vn)
(vovworld) - ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ທາຍງວຽນ, ຕອນບ່າຍວັນທີ 20/5, ທ່ານປະທານປະເທດຫວຽດນາມ Truong Tan Sang ແລະ ຄະນະປະຕິບັດງານສູນກາງ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ທ້າຍງວຽນ ກ່ຽວກັບສະພາບການເສດຖະກິດ - ສັງຄົມໃນບໍລິເວນແຂວງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ Truong Tan Sang ຖືວ່າ: ແຂວງ ທ້າຍງວຽນ ຄວນເປັນເຈົ້າການໃນການພັດທະນາເສດຖະກິດ - ສັງຄົມ ເພື່ອກາຍເປັນເຂດເສດຖະກິດຈຸດສຸມໃນເຂດ ຕາມເນື້ອໃນຈິດໃຈມະຕິ 37 ຂອງກົມການເມືອງສູນກາງພັກ. ໃນສະພາບການເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ພ້ອມກັບການໜູນຊ່ວຍລົງທຶນຂອງລັດ, ແຂວງ ທ້າຍງວຽນ ຄວນເປັນເຈົ້າການຫຼາຍກ່ວາອີກ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ພິເສດແມ່ນສຳລັບບັນດາວິສາຫະກິດເພື່ອຊຸກຍູ້ການພັດທະນາ ຜ່ານນັ້ນປະກອບສ່ວນຮັກສາເສດຖະກິດສັງຄົມເປັນປົກກະຕິ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍການແກ້ໄຂກ່ຽວກັບກົນໄກຂອງສູນກາງ, ແຂວງ ທ້າຍງວຽນ ຈະຊອກຫາທິດທາງໃໝ່ ເພື່ອກາຍເປັນແຂວງພັດທະນາໃນເຂດໂດຍໄວ. ທ່ານປະທານປະເທດ Truong Tan Sang ໃຫ້ຮູ້ວ່າ:
“ແຕ່ນີ້ຮອດທ້າຍປີ, ຈຸດໝາຍຄວບຄຸມໄພເງິນເຟີ້ແມ່ນບໍ່ມີການປ່ຽນແປງ, ມີຫຼາຍແງ່ຫວັງທີ່ດີ ແຕ່ວ່າກໍປະກົດມີສະພາບການທີ່ຫຍຸ້ງຍາກ. ກ່ຽວກັບດ້ານກະສິກຳ ຖ້າຫາກມີຄວາມສະດວກສະບາຍແມ່ນຕ້ອງຊຸກຍູ້, ສ່ວນດ້ານອຸດສາຫະກຳກໍ່ສ້າງພວມປະສົບກັບຄວາມຫຍຸ້ງຍາກ, ຄວນສືບຕໍ່ເປັນເຈົ້າການແກ້ໄຂ. ເປັນເຈົ້າການລົງທຶນຄືສະໜອງຊີມັງໃຫ້ແກ່ໂຄງການຊົນນະບົດແມ່ນວິທີໜຶ່ງ, ຫຼືວ່າຮ່ວມສຳພັນລະຫວ່າງບັນດາວິສາຫະກິດໃນບໍລິເວນ ຫຼື ນອກບໍລິເວນ. ຕາມທິດນີ້ຈະສ້າງການຮ່ວມສຳພັນຢູ່ພາຍໃນ ແລະ ພາຍນອກເພື່ອຮ່ວມມືນຳກັນ”
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ Truong Tan Sang ໄດ້ລົງຢ້ຽມຢາມບໍລິສັດຫຸ້ນສ່ວນເຫຼັກກ້າ ທາຍງວຽນ ແລະ ພົບປະ, ຮັບຟັງບັນດາຂໍ້ສະເໜີຂອງບາງບໍລິສັດໃນບໍລິເວນແຂວງ ທາຍງວຽນ.