ປະທານປະເທດ Truong Tan Sang ພົບປະກັບກຸ່ມສສຊຍິງ ຊຸດທີ 13

ປະທານປະເທດ Truong Tan Sang ພົບປະກັບກຸ່ມສສຊຍິງ ຊຸດທີ 13 - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ​​ພົບ​ປະ​ກັບ​
ກຸ່ມສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ຊຸດ​ທີ 13
(ພາບ: TTXVN)


(vovworld) -     ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບ​ກຸ່ມສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ຊຸດ​ທີ 13 ​ໃນ​ຕອນ​ບ່າຍ​ວັນ​ທີ 15/11, ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ເຊິ່ງພວມ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະໜາ​ຢາກ​ເຫັນ​​ຄວາມ​ເຂັ້ມ​ແຂງ​ແຮງ​ກ້າ​ຂອງ​ແມ່ຍິງ​​ໃນ​ການ​ເຄື່ອນ​ໄຫວວຽກ​ງານ​ການ​ເມື​ອງກໍ​ຄື​ໃນ​ທຸກ​ດ້ານ​ຂອງ​ຊີວິດສົງ​ຄົມກວ່າ​ອີກ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໃຫ້​ຮູ້​ວ່າ ບັນດາ​ຄວາມ​ມຸ້ງຫວັງ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ກໍ​ແມ່ນ​​ເປົ້າໝາຍ​ຂອງ​ພັກ ​ແລະ ລັດ, ນັ້ນ​ແມ່ນສ້າງສາ​ປະ​ເທດ​ຫວຽດນາມ ​ໃຫ້​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​​ໃນພາກ​ພື້ນ​ກ່ຽວ​ກັບ​ລະດັບຄວາມ​ສະ​ເໝີ​ພາບລະຫວ່າ​ງຍິງ - ຊາຍ. ພ້ອມ​ກັນ​ນັ້ນ, ທ່ານ​ປະທານ​ປະ​ເທດ Truong Tan Sang ກໍ​ເນັ້ນ​ໜັກ​ເຖິງ​ບົດບາດ​ພິ​ເສດ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບລະຫວ່າ​ງຍິງ - ຊາຍ​ໃນ​ສະຕິ​ຮັບ​ຮູ້​ຂອງ​ສັງຄົມ. ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ມີສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ 122 ທ່ານນາງ. ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ນະ​ໂຍບາຍ​ຮັດ​ແຄບຊ່ອງ​ຫວ່າງທາງ​ເພດ, ມຸ່ງ​ໄປ​ເຖິງ​ຄວາມສະ​ເໝີ​ພາບ​ຢ່າງ​ແທ້​ຈິງ, ​​ເປົ້າໝາຍທີ່​ໄດ້​ວາງ​ອອກ​ແມ່ນ​ບັນລຸ​ລະດັບ 30% ​ໃນ​ອາຍຸ​ການ​​ຈະ​ມາ​ເຖິງ​ຂອງ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ