ປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ ວັນພຸດ ທີ 17 ຕຸລາ ຄ.ສ. 2012 | 18:14:03 (ພາບ:ອິນເຕີແນັດ) (vovworld) - ຕອນເຊົ້າວັນທີ 17/10, ທ່ານປະທານປະເທດ Truong Tan Sang, ສະມາຊິກສະພາແຫ່ງຊາດຊຸດທີ 13 ແລະ ບັນດາ ສສຊ ຫົວໜ່ວຍເລືອກຕັ້ງເລກ 1 ນະຄອນໂຮ່ຈິມິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ. ນະທີ່ນີ້, ຜູ້ຕາງໜ້າ ສສຊ ນະຄອນໂຮ່ຈິມິນ ໄດ້ລາຍງານກັບຜູ້ມີສິດເລືອກຕັ້ງ ການຄາດຄະເນເນື້ອໃນ ແລະ ລາຍການຂອງກອງປະຊຸມສະໄໝສະມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 13 ຊື່ງຈະດຳເນີນຢູ່ຮ່າໂນ້ຍ ແຕ່ວັນທີ 22/10-24/11 ແລະ ການເຄື່ອນໄຫວຈຳນວນໜຶ່ງຂອງຄະນະ ສສຊ ນະຄອນໂຮ່ຈິມິນ ໃນໄລຍຜ່ານມາ. ເມື່ອແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງແຈ້ງການ ຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, , ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ: ນີ້ພຽງແຕ່ແມ່ນແຈ້ງການໃນເບື້ອງຕົ້ນເທົ່ານັ້ນ. ການສຳຫຼວດກວດກາຂອງກົມການເມືອງ ແລະ ຄະນະເລຂາສູນກາງພັກຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4 ໄດ້ຮັບການປະຕິບັດດ້ວຍຈິດໃຈເຂັ້ມງວດທີ່ສຸດ: “ໃນສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດຈະຮັບຮອງເອົາຂໍ້ກຳນົດພື້ນຖານກົດໝາຍເພື່ອໃຫ້ແຕ່ລະປີ, ສະພາແຫ່ງຊາດຈະປ່ອນບັດໄວ້ວາງໃຈພວກຂ້າພະເຈົ້າ. ນີ້ແມ່ນວຽກງານກວດກາ, ຕິດຕາມກວດກາໂດຍກົງ, ແນ່ນອນວ່າຕ້ອງປ່ອນບັດລັບເພື່ອຕີລາຄາ. ຕີລາຄາບັນດາຜູ້ໄດ້ຮັບເລືອກຕັ້ງເພື່ອດຳລົງບັນດາຕຳແໜ່ງສຳຄັນຂອງປະເທດຊາດ. ແຕ່ລະປີ, ໃນຄະນະບໍລິຫານງານສູນກາງພັກກໍ່ຈະເຮັດຄືແນວນັ້ນ“ Tag ພົບປະ ນະຄອນໂຮ່ຈິມິນ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ: ໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ: ໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ