(vovworld) - ຕອນຄໍ່າວັນທີ 25/9, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ Truong Tan Sang ໄດ້ມອບຫຼຽນໄຊ ໂຮ່ຈິມິນ ໃຫ້ທ່ານ Raymond Aubrac, ນັກຮົບປະຕິວັດທີ່ໂດງດັ່ງຂອງຝລັ່ງ ໃນສະໄໝສົງຄາມໂລກຄັ້ງທີ່ສອງ, ແມ່ນເພື່ອນມິດທີ່ສະໜິດສະໜົມກັບປະຊາຊົນຫວຽດນາມ. ທ່ານນາງ Elizaveth Aubrac, ລູກຊາວຂອງທ່ານ Raymond Aubrac, ໄດ້ຕາງໜ້າໃຫ້ຄອບຄົວຂຶ້ນຮັບລາງວັນອັນສູງສົ່ງນີ້ ໂດຍພັກ ແລະ ລັດຫວຽດນາມ ມອບໃຫ້. ທີ່ພິທີ, ທ່ານປະທານປະເທດ Truong Tan Sang ໄດ້ຢືນຢັນວ່າ ທ່ານ Raymond Aubrac ບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ພາລະກິດປະຕິວັດຂອງຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເພື່ອນມິດສາກົນທີ່ສັດຊື່ບໍລິສຸດຈົ່ງຮັກພັກດີຂອງທ່ານປະທານໂຮ່ຈິມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ອີກດ້ວຍ. ດ້ວຍບັນດາການອຸທິດສ່ວນຂອງທ່ານ Raymond Aubrac ຕໍ່ການປະຕິວັດຂອງຫວຽດນາມ, ທ່ານໄດ້ຮັບບັນດາຫຼຽນໄຊ, ຫຼຽນກາ ອັນສູງສົ່ງຈາກລັດຫວຽດນາມ. ເລື່ອງມອບຫຼຽນໄຊ ໂຮ່ຈິມິນ ໃນຄັ້ງນີ້ໃຫ້ທ່ານແມ່ນສືບຕໍ່ຮັບຮູ້ບຸນຄຸນອັນໃຫຍ່ຫຼວງຂອງທ່ານ Raymond Aubrac, ສະແດງໃຫ້ເຫັນມູນເຊື້ອກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງປະຊາຊົນຫວຽດນາມ.