ກອງປະຊຸມຄະນະຊີ້ນຳການປະຕິຮູບຍຸດຕິທຳຄັ້ງທີ 7
(ພາບ: vietnamplus.vn)
(vovworld) - ວັນທີ 16/10, ທ່ານປະທານປະເທດຫວຽດນາມ Truong Tan Sang, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸດຕິທຳສູນກາງ ໄດ້ເປັນເປະທານກອງປະຊຸມຄະນະຊີ້ນຳການປະຕິຮູບຍຸດຕິທຳສູນກາງຄັ້ງທີ 7 ດ້ວຍ 2 ເນື້ອໃນຈຸດສຸມແມ່ນປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບ “ຮ່າງບົດລາຍງານຂອງກົມການເມືອງ ກ່ຽວກັບວຽກງານແບ່ງໜ້າທີ່ບຳລຸງສ້າງວິຊາຊີບໃຫ້ແກ່ພະນັກງານທີ່ມີນາມຕຳແໜ່ງຍຸດຕິທຳ ແລະ ວຽກງານບຳລຸງສ້າງ, ຮັບພະນັກງານກົດໝາຍຂອງສານປະຊາຊົນ, ໄອຍະການປະຊາຊົນ” ແລະ ແຜນຮ່າງ “ກໍ່ສ້າງມະຫາວິທະຍາໄລກົດໝາຍຮ່າໂນ້ຍ ແລະ ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ ໃຫ້ກາຍເປັນບັນດາໂຮງຮຽນຈຸດສຸມກ່ຽວກັບການບຳລຸງສ້າງພະນັກງານດ້ານກົດໝາຍ”.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ Truong Tan Sang ຖືວ່າ ເລື່ອງກໍ່ສ້າງມະຫາວິທະຍາໄລກົດໝາຍຮ່າໂນ້ຍ ແລະ ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ ໃຫ້ກາຍເປັນບັນດາໂຮງຮຽນຈຸດສຸມກ່ຽວກັບການບຳລຸງສ້າງພະນັກງານດ້ານກົດໝາຍແມ່ນສຳຄັນຍິ່ງ. ເຕື້ອງເຖິງຮ່າງບົດລາຍງານຂອງກົມການເມືອງ ກ່ຽວກັບການແບ່ງໜ້າທີ່ບຳລຸງສ້າງວິຊາຊີບໃຫ້ແກ່ພະນັກງານທີ່ມີນາມຕຳແໜ່ງຍຸດຕິທຳ, ທ່ານປະທານປະເທດ ໄດ້ເນັ້ນໜັກວ່າ ຄວນຕີລາຄາສະພາບຕົວຈິງຂອງວຽກງານບຳລຸງສ້າງ ແລະ ບຳງລຸງສ້າງຄືນໃໝ່, ກໍຄືຄວາມຕ້ອງການບຳລຸງສ້າງນາມຕຳແໜ່ງຍຸດຕິທຳ ເພື່ອມີການແບ່ງແຍກຢ່າງເໝາະສົມ. ຍຸດທະສາດປະຕິຮູບຮອດປີ 2020 ສາມາດປົບປຸງໃຫ້ເໝາະສົມກັບສະພາບຕົວຈິງ ເພື່ອເຮັດແນວໃດຍົກສູງຄຸນນະພາບຖັນແຖວພະນັກງານຍຸດຕິທຳ ປະກອບສ່ວນເຂົ້າໃນການສ້າງລັດແຫ່ງອຳນາດນິຕິບັດຍັດສັງຄົມນິຍົມ.