ປະທານສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມໝູ່ເກາະຫຼີ໋ີເຊີນ
ປະທານສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມໝູ່ເກາະຫຼີ໋ີເຊີນ
(vovworld) – ຕອນເຊົ້າວັນທີ 19/7, ເມື່ອລົງຢ້ຽມຢາມຮູບແບບປູກໝາກໂມ, ຜັກກທຽມໃນເມືອງເກາະ ຫຼີ໋ເຊີນ, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລະດົມກຳລັງໃຈພໍ່ແມ່ນປະຊາຊົນຊາວກະສິກຳ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກຈາກດິນຟ້າອາກາດເພື່ອພັດທະນາເຄື່ອງໝາຍການຄ້າ ຫົວຜັກທຽມ ຫຼີ໋ເຊີນ ໃຫ້ນັບມື້ນັບຍືນຍົງ. ເມື່ອໂອ້ລົມກັບປະຊາຊົນ, ທ່ານປະທານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ລະດົມພໍ່ແມ່ປະຊາຊົນອູ່ນອຽນໃຈ, ມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດານະໂຍບາຍຂອງພັກ, ລັດ ໃນການໜູນຊ່ວຍຫາປາໄກຝັ່ງ, ພິເສດແມ່ນບ້ວງສິນເຊື່ອ 16.000 ຕື້ດົ່ງທີ່ໃຫ້ຊາວປະມົງກູ້ຢືມເພື່ອຕໍ່ກຳປັ່ນໃໝ່ ແລະ ສ້ອມແປງກຳປັ່ນຫາປາ:
“ລັດໃຫ້ກູ້ຢືມເງິນເພື່ອຕໍ່ກຳປັ່ນໃໝ່, ລັດຊື້ບັດປະກັນໄພໃຫ້ກຳປັ່ນ ແລະ ປະກັນຊີວິດອີກ, ການບຳລຸງສ້າງກໍ່ບໍ່ເສຍເງິນ. ສ່ວນຊາວປະມົງ ປະກອບສ່ວນໃດສ່ວນໜຶ່ງເພື່ອຕໍ່ກຳປັ່ນ. ມື້ນີ້, ຄະນະປະຕິບັດງານຂອງແນວໂຮມປະເທດຊາດ ຫວຽດນາມ ມາແຫ່ງນີ້ເພື່ອມອບຈຳນວນເງິນເຊິ່ງພໍ່ແມ່ປະຊາຊົນໃນທົ່ວປະເທດຝາກມາເພື່ອໜູນຊ່ວຍຕຳຫຼວດທະເລ, ກຳລັງກວດກາການປະມົງ ແລະ ຊາວປະມົງ.”
ເນື່ອງໃນໂອກາດນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມອບໃຫ້ຊາວປະມົງເມືອງ ຫຼີ໋ເຊີນ ຄັນທຸງ 2.000 ຜືນ, ມອບເງິນໃຫ້ 5 ຄອບຄົວຊາວປະມົງພວມຕໍ່ກຳປັ່ນໃໝ່, ແຕ່ລະຄອບຄົວ 300 ລ້ານດົ່ງ, ມອບເງິນໃຫ້ 5 ຄອບຄົວພະນັກງານທະຫານປ້ອງກັນຊາຍແດນທີ່ປະສົບກັບຄວາມຫຍຸງຍາກແຕ່ລະຄອບຄົວ 60 ລ້ານດົ່ງ ແລະ ມອບຂອງຂວັນ 200 ພູດໃຫ້ຊາວປະມົງໃນເກາະ, ແຕ່ລະພູດມີມູນຄ່າ 1,5 ລ້ານດົ່ງ.