ປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ ຕ້ອນຮັບ ພະມະຫາອາຈານ ພົງສາມະເລິກ
(ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ
ຕ້ອນຮັບພະມະຫາອາຈານ ພົງສາມະເລິກ)
(vovworld) - ຕອນບ່າຍວັນທີ 5/9, ທ່ານ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ໄດ້ໃຫ້ການຕ້ອນຮັບພະມະຫາອາຈານ ພົງສາມະເລີກ. ປະທານສູນກາງສະຫະພັນພຸດທະສາສະໜາລາວ. ທີ່ການຕ້ອນຮັບ, ທ່ານ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍິນ ຢືນຢັນວ່າ ສູນກາງແນວໂຮມປະເທດຊາດຫວຽດນາມ ຖືການຢ້ຽມຢາມຂອງພະມະຫາອາຈານແມ່ນເຫດການທີ່ມີຄວາມໝາຍເລິກເຊິ່ງ ແລະ ສະແດງໃຫ້ເຫັນມູນເຊື້ອສາມັກຄີ, ມິດຕະພາບ, ການພົວພັນຮ່ວມມືຮອບດ້ານເປັນພິເສດລະຫວ່າງສອງປະເທດອ້າຍນ້ອງຫວຽດນາມ - ລາວ ຢ່າງມີຊີວິດຊີວາ. ທ່ານໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ດ້ວຍຄວາມເອົາໃຈໃສ່ສົມທົບ ແລະ ການຊ່ວຍເຫຼືອຂອງແນວໂຮມປະເທດຊາດຫວຽດນາມ. ພຸດທະສາສະໜາຫວຽດນາມ ນັບມື້ນັບພັດທະນາໃນທຸກດ້ານ. ທ່ານ ຫງວຽນທ້ຽນເຍິນ ກໍ່ໄດ້ຢືນຢັນວ່າ, ແນວໂຮມປະເທດຊາດຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບແນວລາວສ້າງຊາດ, ໃນນັ້ນມີສະມາຄົມພຸດທະສາສະໜາລາວ.