ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນຈາງເຕີຈຽງຢ້ຽມຢາມດ່າໜັງ
ທ່ານ ຈາງເຕີຈຽງ ພົບປະກັບ ທ່ານ
ຫງວຽນຊວນແອງ ເລຂາຄະນະພັກນະຄອນ ດ່າໜັງ
(ພາບ: baodanang.vn)
(vovworld) – ໃນຂອບເຂດການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ, ຕອນບ່າຍວັນທີ 10/11 ທ່ານ ຈາງເຕີຈຽງ ກຳມະການປະຈຳກົມການເມືອງ, ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດ ຈີນ ຢ້ຽມຢາມນະຄອນ ດ່າໜັງ, ທີ່ນະຄອນ ດ່າໜັງ ທ່ານ ຈາງເຕີຈຽງ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ມີການພົບປະກັບທ່ານ ຫງວຽນຊວນແອງ ເລຂາຄະນະພັກນະຄອນ ດ່າໜັງ ແລະ ທ່ານ ຫງວຽນງ້ອກກວາງ ເລຂາຄະນະພັກແຂວງ ກວາງນາມ. ທ່ານ ຫງວຽນຊວນແອງ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ດ່າໜັງ ປາດຖະໜາຢາກຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາທ້ອງຖິ່ນຂອງ ຈີນ ໃນບັນດາຂົງເຂດຄື: ການທ່ອງທ່ຽວ, ການປູກຕົ້ນໄມ້ຢູ່ຕົວເມືອງ, ການພັດທະນາອຸດສາຫະກຳເຕັກໂນໂລຢີສູງ, ການກໍ່ສ້າງນະຄອນສະຫລາດ…ມານະພະຍາຍາມກັບບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຈີນ ປະຕິບັດແຜນນະໂຍບາຍລວມຂອງການນຳ 2 ພັກ, 2 ລັດ ກ່ຽວກັບການຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເປັນຢ່າງດີ.
ສ່ວນທ່ານ ຫງວຽນງ້ອກກວາງ ເລຂາຄະນະພັກແຂວງ ກວາງນາມ ກໍ່ແນະນຳກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ ທ່າແຮງພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ພາຍຫລັງເກືອບ 20 ປີ ນັບແຕ່ເມື່ອແຍກອອກແຂວງ, ແຂວງ ກວາງນາມ ພວມພັດທະນາຕາມທິດອຸດສາຫະກຳ - ທ່ອງທ່ຽວ, ການບໍລິການ - ກະສິກຳ, ມາຮອດປະຈຸບັນລະດັບການເຕີບໂຕຂອງແຂວງໄດ້ເພີ່ມຂຶ້ນທົ່ບຫລາຍເທົ່າ.
ສ່ວນທ່ານ ຈາງເຕີຈຽງ ປະທານສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ປາດຖະໜາວ່າ: ກວາງນາມ, ດ່າໜັງ ພັດທະນາໃນບັນດາຂົງເຂດ ແລະ ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືກັບບັນດາທ້ອງຖິ່ນຂອງ ຈີນ ຢ່າງບໍ່ຢຸດຢັ້ງ ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນລະຫວ່າງ 2 ພັກ, 2 ລັດ.