ປະທານສະພາແຫ່ງຊາດກຳປູເຈຍຕີລາຄາສູງບົດບາດຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ
ມີບົດທາບທາມຄວາມເຫັນສຳຄັນທີ່ກອງປະຊຸມ
(ພາບ: vietnam+)
(vovworld) – ວັນທີ 29/11 ຢູ່ນະຄອນ Siem Reap ປະເທດ ກຳປູເຈຍ, ກອງປະຊຸມສະມັດຊາລັດຖະສະພາ ອາຊີ (APA) ດຳເນີນບັນດາວາລະປະຊຸມເພື່ອປຶກສາຫາລືຮ່າງມະຕິ 21 ສະບັບທີ່ສະເໜີຕໍ່ວາລະປະຊຸມຄົບຄະນະຄັ້ງທີ 9 (APA - 9) ຮັບຮອງເອົາ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ມີບົດທາບທາມຄວາມເຫັນສຳຄັນທີ່ກອງປະຊຸມ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຖືວ່າ: ບັນດາປະເທດ ອາຊີ ຄວນເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ສັນຕິພາບ, ຄວາມສະຫງົບປອດໄພ ແລະ ຮັບມືກັບບັນດາສິ່ງທ້າທາຍລວມ; ສືບຕໍ່ກໍ່ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ຄວາມແຕກຕ່າງກັນໂດຍຜ່ານການພົບປະເຈລະຈາ ໂດຍອີງໃສ່ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ເນັ້ນໜັກວ່າ ດ້ວຍຄວາມຮັບຜິດຊອບເປັນປະເທດເຂົ້າຮ່ວມການສ້າງຕັ້ງ APA, ຫວຽດນາມ ຍາມໃດກໍ່ຢຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າການ, ຫັນການພົວພັນກັບຕ່າງປະເທດເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ເພື່ອສັນຕິພາບ - ການຮ່ວມມື ແລະ ພັດທະນາ.
ຢູ່ນອກວາລະປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin. 2 ຝ່າຍຕີລາຄາສູງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຂອງປະເທດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກຳປູເຈຍ; ພ້ອມທັງ ສະແດງຄວາມປາດຖະໜາຢາກ ສືບຕໍ່ສ້າງສາ, ປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອມິດຕະພາບ, ຄວາມສາມັກຄີລະຫວ່າງ 2 ປະເທດນັບມື້ນັບພັດທະນາ ແລະ ການຂຶ້ນສູ່ລະດັບສູງໃໝ່.