(vovworld) - ຕອນຄຳ່ວັນທີ 2/4, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາຊະອານາຈັກຊູແອດ, ໂດຍທ່ານ Urban Ahlin, ປະທານສະພາແຫ່ງຊາດນຳໜ້າ, ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະ ການເຂົ້າຮ່ວມ IPU 132 ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ.
ໃນໄລຍະຢູ່ຢ້ຽມຢາມຫວຽດນາມ. ທ່ານປະທານສະພາແຫ່ງຊາດລາຊະອານາຈັກຊູແອດ Urban Ahlin ໄດ້ຮັບການຕ້ອນຮັບຈາກທ່ານ ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ, ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ເຮັດວຽກກັບການນຳກະຊວງສາທາລະນະສຸກ. ທີ່ການພົບປະ, ເຈລະຈາເຫຼົ່ານັ້ນ, ການນຳສອງປະເທດໄດ້ເຫັນດີນຳການພົວພັນຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງແຮງໃນທຸກດ້ານ ແລະ ເລິກເຊິ່ງ, ມີປະສິດທິຜົນກວ່າອີກ. ສອງຝ່າຍເຫັນດີດຳເນີນການເຄື່ອນໄຫວສົມທົບກັນໃນບັນດາຂົງເຂດ: ພະລັງງານສະອາດ, ການຂົນສົ່ງ, ການບໍລິການທະນາຄານ - ການເງິນ, ອຸປະກອນການແພດ, ຍົກສູງວົງເງິນການຄ້າສອງສົ້ນໃຫ້ຂຶ້ນສູ່ລະດັບ 1,2 ຕື້ USD ຄືປະຈຸບັນ. ສອງຝ່າຍກໍ່ເຫັນດີຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງສອງສະພາແຫ່ງຊາດ; ເພີ່ມທະວີການເຈລະຈາກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ.