ປະທານສະພາແຫ່ງຊາດລາຊະອານາຈັກອາຣາບິຊາອຸດິສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ
(ທ່ານ ຫງວຽນຊິງຮຸ່ງ ແລະ Abdullah Al Sheikh)
(vovworld) - ຕອນບ່າຍວັນທີ 2/2. ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາຊະອານາຈັກ ອາຣາບິ ຊາອຸດິ ໂດຍທ່ານ Abdullah Al Sheikh, ປະທານສະພາແຫ່ງຊາດລາຊະອານາຈັກ ອາຣາບິ ຊາອຸດິ ນຳໜ້າເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໃນການຢ້ຽມຢາມ ຫວຽດນາມ, ທ່ານປະທານສະພາແຫ່ງຊາດລາຊະອານາຈັກ ອາຣາບິ ຊາອຸດິ Abdullah Al Sheikh ເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ. ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະສັນຊຸກຍູ້ການພົວພັນຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ. ມີຄວາມປິຕິຊົມຊຶ່ນຕໍ່ບັນດາບາດກ້າວພັດທະນາລະຫວ່າງ 2 ປະເທດ 2 ສະພາແຫ່ງຊາດໃນໄລຍະຜ່ານມາ, ການນຳ 2 ທ່ານເຫັນດີເປັນເອກະພາບສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ໂລກ, ພ້ອມກັນຮ່ວມມືສ້າງສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການພັດທະນາວັດທະນາຖາວອນ ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ.