ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຄະນະຜູ້ແທນສະພາຕຳ່ອາເມລິກາ
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ຕ້ອນຮັບທ່ານ Matt Salom
(vovworld) – ຕອນບ່າຍວັນທີ 6/5, ຢູ່ ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາຕຳ່ອາເມລິກາ ໂດຍທ່ານ Matt Salmon, ປະທານອະນຸກຳມະການອາຊີ-ປາຊີຟິກ,ຄະນະກຳມະການການຕ່າງປະເທດສະພາຕຳ່ອາເມລິກາ ນຳໜ້າ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສະແດງຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມຄັ້ງນີ້ຂອງຄະນະຈະປະກອບສ່ວນປັບປຸງການພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ ຖືວ່າ: ນີ້ແມ່ນພື້ນຖານຊຸກຍູ້ການພັດທະນາເສດຖະກິດຂອງ ຫວຽດນາມ, ກໍຄືການພົວພັນລະຫວ່າງ 2 ປະເທດ; ພ້ອມທັງຊົມເຊີຍລັດຖະບານ ແລະ ສະພາແຫ່ງຊາດອາເມລິກາ ໃນຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ, ພິເສດແມ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊີນ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງລະຫວ່າງ 2 ລັດຖະບານ, 2 ສະພາແຫ່ງຊາດຢ່າງມີປະສິດທິຜົນ; ພ້ອມກັນແບ່ງປັນບົດຮຽນນິຕິບັນຍັດ, ຕິດຕາມກວດກາເພື່ອຜົນປະໂຫຍດລວມຂອງປະຊາຊົນ 2 ປະເທດ. ສະພາແຫ່ງຊາດ 2 ປະເທດຄວນສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສລັດຖະສະພາສາກົນ.
ສ່ວນທ່ານ Matt Salmon ຢືນຢັນວ່າ: ສະພາແຫ່ງຊາດອາເມລິກາ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ຫວຽດນາມ ໃນວຽກງານນິຕິບັນຍັດ, ຍົກສູງບົດບາດລັດຖະສະພາ, ກໍຄືສະໜັບສະໜູນສັນຍາການຮ່ວມມືເສດຖະກິດຂ້າມປາຊີຟິກ (TPP)ລະຫວ່າງ 2 ປະເທດ.