ປະທານສະພາແຫ່ງຊາດຫງວຽນຊິງຮູ່ງພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕີ້ງ
(vovworld) – ຕອນເຊົ້າວັນທີ 28/4, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ແລະ ຄະນະສສຊ ແຂວງ ຮ່າຕີ້ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ແທກບັ່ງ, ເມືອງ ໂລກຮ່າ, ແຂວງ ຮ່າຕີ້ງ, ເພື່ອກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ 13 ໃນເດືອນ 5 ຈະມາເຖິງ. ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຕາແສງ ແທກບັ່ງ ມີຫຼາຍຂໍ້ສະເໜີຕໍ່ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ຄະນະ ສສຊ ແຂວງ ໃນການກໍ່ສ້າງຮ່າງກົດໝາຍ ແລະ ນະໂຍບາຍ, ພິເສດແມ່ນນະໂຍບາຍສຳລັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ. ຜູ້ມີສິດເລືອກຕັ້ງຕາແສງ ແທກບັ່ງ ປາດຖະໜາວ່າ: ລັດຖະບານ, ສະພາແຫ່ງຊາດ ແລະ ແຂວງ ຮ່າຕີ້ງ ສືບຕໍ່ມີຫຼາຍນະໂຍບາຍໜູນຊ່ວຍໃຫ້ຊາວປະມົງຫາປາບົນທະເລ, ຕິດພັນກັບທະເລ. ບັນຫາປ້ອງກັນ, ຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ, ອາຍຸກິນເບ້ຍບຳນານຂອງຄົນງານ, ນະໂຍບາຍປະກັນສັງຄົມ.... ກໍ່ໄດ້ຮັບການສະໜີ.
ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ໜູນຊ່ວຍປະຊາຊົນ, ພິເສດແມ່ນປະຊາຊົນເຂດແຄມທະເລໃນການຫາສິນທະເລ, ຫາປາໄກຝັ່ງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີໃຫ້ ເມືອງ ໂລກຮ່າ, ແຂວງ ຮ່າຕີ້ງ ເອົາໃຈໃສ່ພັດທະນາກໍ່ສ້າງຊົນນະບົດໃໝ່, ໃນນັ້ນຕ້ອງຮັບປະກັນຄຸນນະພາບແນວພັນປູກ, ຜົນລະປູກ ແລະ ເພີ່ມທະວີການມອບໂອນເຕັກນິກ ໃຫ້ແກ່ປະຊາຊົນ, ຕິດພັນການຜະລິດ ກັບການຈຳໜ່າຍຜະລິດຕະພັນ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກເລື່ອງປັບປຸງ, ປະກາດໃຊ້ບັນດາກົດໝາຍ, ມະຕິຂອງສະພາແຫ່ງຊາດແມ່ນເພື່ອແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດຂອງປະຊາຊົນ.
ໃນວັນດຽວກັນ, ທ່ານຫງວຽນບາແທງ, ຫົວໜ້າຄະນະວຽກງານການເມືອງພາຍໃນພ້ອມກັບບັນດາຜູ້ແທນຂອງຄະນະ ສສຊ ນະຄອນດ່ານັງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງໃຈກາງຂອງນະຄອນດ່ານັງ. ນະທີ່ນີ້, ຕອບຄຳຖາມກ່ຽວກັບການສືບຕໍ່ກູ້ຢືມທຶນໜູນຊ່ວຍພັດທະນາ ODA, ທ່ານຫງວຽນບາແທງ ໃຫ້ຮູ້ວ່າ, ປະເທດພວມໃນທ່າພັດທະນາ, ເສີມຂະຫຍາຍກຳລັງພາຍໃນແຕ່ຍັງຕ້ອງການແຫຼ່ງທຶນກູ້ຢືມບຸລິມະສິດຂອງສາກົນ.
“ຫວຽດນາມຍັງແມ່ນປະເທດທຸກຍາກ, ຕ້ອງການແຫຼ່ງທຶນກູ້ຢືມຂອງປະເທດຕ່າງໆເພື່ອພັດທະນາພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ. ສິ່ງສຳຄັນແມ່ນຕ້ອງມີຄວາມຮັບຜິດຊອບຄຸ້ມຄອງແຫຼ່ງທຶນນີ້ໃຫ້ແໜ້ນແຟ້ນ, ລົງທຶນໃຫ້ມີປະສິດທິຜົນ. ບັນດາ ສສຊ ຈະຮັບຟັງຄຳເຫັນທີ່ຖືກຕ້ອງ, ແທດຈິງຂອງຜູ້ມີສິດເລືອກຕັ້ງເພື່ອສ່ອງແສງຕໍ່ຄະນະ ສສຊ, ສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງສູນກາງ“./.