ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ
ທ່ານນາງປະທານ Christine Defraigne ດຳເນີນການເຈລະຈາ
(ພາບ: TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງ ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຄະນະຜູ້ແທນສະພາສູງລາຊະອານາຈັກແບນຊິກ, ໂດຍທ່ານນາງ Christine Defraigne ປະທານສະພາສູງນຳໜ້າ ໄດ້ມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຕອນບ່າຍວັນທີ 3/11, ພິທີຕ້ອນຮັບຄະນະຜູ້ແທນສະພາສູງລາຊະອານາຈັກ ແບນຊິກ ໄດ້ຈັດຕັ້ງຢ່າງສົມກຽດຢູ່ຫໍສະພາແຫ່ງຊາດ. ພາຍຫລັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ທ່ານນາງປະທານ Christine Defraigne ໄດ້ດຳເນີນການເຈລະຈາ.
ທ່ີການເຈລະຈາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ: 2 ຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ ແລະ ກ້າວໄປເຖິງການຮ່ວມມືແຮງກ່ວາອີກໃນບັນດາຂົງເຂດຈຸດສຸມບຸລິມະສິດຄືພາລາທິການ, ເຕັກໂນໂລຢີສູງ, ການເຕີບໂຕຂຽວ, ບຳລຸງສ້າງ, ສອນວິຊາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະແດງຄວາມຫວັງວ່າ: ແບນຊິກ ຈະໜູນຊ່ວຍເພື່ອສາມາດລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ອີຢູ ໃນປີ 2015 ໂດຍໄວ, ພ້ອມທັງ ຮັບຮອງເອົາກົດລະບຽບເສດຖະກິດການຕະຫລາດໃຫ້ ຫວຽດນາມ.
ສ່ວນທ່ານນາງປະທານສະພາສູງ ລາຊະອານາຈັກແບນຊິກ Christine Defraigne ໃຫ້ຮູ້ວ່າ: ລັດຖະສະພາ ແບນຊິກ ຍາມໃດກໍສະໜັບສະໜູນການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ ໃນຕະຫລອດໄລຍະຜ່ານມາ, ພິເສດ ແບນຊິກ ໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະ ຮ່ວມມື (PCA) ລະຫວ່າງ ຫວຽດນາມ ແລະ ອີຢູ; ຢືນຢັນວ່າ ແບນຊິກ ຈະສືບຕໍ່ຊຸກຍູ້ ເພື່ອບັນດາປະເທດສະມາຊິກ ອີຢູ ອື່ນໆ ໃຫ້ສັດຕະຍາບັນແກ່ສັນຍານີ້.