ມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງເຂົ້າຮ່ວມພິທີ
(ພາບ: Nhan Sáng/TTXVN)
(vovworld) – ຕອນເຊົ້າວັນທີ 2/12, ຢູ່ ຮ່າໂນ້ຍ, ທ່ານປະທານກຳມາທິການປັບປຸງລັດຖະທຳມະນູນປີ 1992, ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ເຊັນຢັ້ງຢືນ ລັດຖະທຳມະນູນປະເທດ ສສ ຫວຽດນາມ ເຊິ່ງໄດ້ຮັບການຮັບຮອງເອົາໃນວັນທີ 28/11/2013 ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13. ເຂົ້າຮ່ວມພິທີລົງນາມມີທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຮອງປະທານສະພາແຫ່ງຊາດ ອວງຈູລືວ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເຈີ່ນດ້າຍກວາງ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ, ສະມາຊິກຄະນະປັບປຸງລັດຖະທຳມະນູນ ປີ 1992.
ກ່າວຄຳເຫັນທີ່ພິທີລົງນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢືນຢັນວ່າ: ລັດຖະທຳມະນູນແມ່ນເອກະສານການເມືອງ, ນິຕິກຳສຳຄັນພິເສດ, ແມ່ນກົດໝາຍພື້ນຖານ, ກົດໝາຍຕົ້ນສະບັບຂອງລັດ, ສ່ອງແສງເຈດຈຳນົງ, ຜົນປະໂຫຍດຂອງທົ່ວປວງຊົນ, ກຳນົດທິດຍຸດທະສາດໃຫ້ແກ່ການພັດທະນາປະເທດຊາດໃນໄລຍະໃໝ່:
“ລັດຖະທຳມະນູນຢັ້ງຢືນອີກເທື່ອໜຶ່ງແນວຄິດຈິດໃຈອະມະຕະຂອງປະຊາຊົນ ຫວຽດນາມແມ່ນຍົກສູງສິດທິມະນຸດ, ສິດເປັນເຈົ້າຂອງປະຊາຊົນ, ສ່ອງແສງຄຸນຄ່າອັນສູງສົ່ງ, ຄຸນນະທາດປະຊາທິປະໄຕກ້າວໜ້າຂອງລັດ ແລະ ລະບອບ ຫວຽດນາມ ໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ. ລັດຖະທຳມະນຸນສະບັບໃໝ່ກຳນົດຢ່າງຈະແຈ້ງ, ຄົບຖ້ວນລະບອບກົດໝາຍ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ສິ່ງແວດລ້ອມ, ປົກປັກຮັກສາປະເທດຊາດ, ກ່ຽວກັບການຈັດຕັ້ງກົງຈັກລັດ, ກ່ຽວກັບຜົນສັດສິດ ແລະ ການປັບປຸງລັດຖະທຳມະນູນ. ລັດຖະທຳມະນູນກໍ່ຢັ້ງຢືນຄຸນຄ່າບໍ່ສາມາດປ່ຽນແປງໄດ້ຂອງອະທິປະໄຕແຫ່ງຊາດຂອງປະຊາຊົນ ຫວຽດນາມ ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ສສ ຫວຽດນາມອີກດ້ວຍ.”