(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ
ຕິດຕາມກວດກາວຽກງານການເລືອກຕັ້ງຢູ່ແຂວງເຮົ້າຢາງ)
(vovworld) - ຕອນເຊົ້າວັນທີ 08/05, ຢູ່ນະຄອນ ວິ້ແທງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ປະທານສະພາເລືອກຕັ້ງແຫ່ງຊາດມີການເຮັດວຽກກັບຄະນະກຳມະການເລືອກຕັ້ງແຂວງ ເຮົ້າຢາງ ກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ 14 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ຄະນະຕິດຕາມກວດກາຕີລາຄາສູງວຽກງານກະກຽມໃຫ້ແກ່ການເລືອກຕັ້ງຂອງແຂວງ ເຮົ້າຢາງ ແມ່ນປະຕິບັດຢ່າງເຂັ້ມງວດ ແລະ ທັນການ. ມາຮອດປະຈຸບັນ, ເລື່ອງສ້າງຕັ້ງບັນດາອົງການຮັບຜິດຊອບການເລືອກຕັ້ງ ໄດ້ດຳເນີນຖືກກັບຄວາມຄືບໜ້າ; ບັນດາກອງປະຊຸມປຶກສາຫາລືໄດ້ຮັບການຈັດຕັ້ງປະຊາທິປະໄຕ, ເປີດເຜີຍ ແລະ ຖືກກົດໝາຍ. ຈຳນວນ, ກົນໄກ, ພາກສ່ວນບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ແມ່ນເໝາະສົມກັບການຄາດຄະເນ, ຕອບສະໜອງມາດຕະຖານເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ. ໄລ່ຮອດປະຈຸບັນ, ຈຳນວນຜູ້ມີສິດເລືອກຕັ້ງຂອງແຂວງແມ່ນ 558 ພັນກ່ວາຄົນ.