(vovworld)- ກ່າວຄຳເຫັນທີ່ພິທີໄຂວາລະປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ໃນຕອນເຊົ້າວັນທີ 9/3, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ສະເຫນີ ຄະນະຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ( IPU 132 ) ຄວນຮີບເຮັ່ງສຳເລັດບັນດາວຽກງານກະກຽມທີ່ຍັງເຫລືອ, ສົມທົບກັບຄະນະເລຂາຂອງ IPU, ບັນດາກະຊວງ, ຂະແຫນງການ ແລະ ນະຄອນ ຮ່າໂນ້ຍ ເພື່ອຮັບປະກັນ IPU ດຳເນີນໄປສຳເລັດຜົນ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ແລະ ສະພາແຫ່ງຊາດຫວຽດນາມ ໃນເວທີສາກົນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເນັ້ນຫນັກວ່າ:
“ໂດຍແມ່ນປະເທດເຈົ້າພາບ, ພວກເຮົາຢາກນຳພາບພົດຂອງປະເທດຊາດ, ປະຊາຊົນ ແລະ ປະຫວັດສາດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມມາແນະນຳໃຫ້ເພື່ອນມິດສາກົນໃນກອງປະຊຸມຄັ້ງນີ້ ແລະ ນີ້ແມ່ນຈຸດເວລາເພື່ອສະແດງໃຫ້ເຫັນວ່າ ພວກເຮົາໄດ້ຕັ້ງຫນ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ທີສອງ ບັນດາມະຕິຂອງກອງປະຊຸມໃຫຍ່ທີ່ວາລະປຶກສາຫາລືຫົວເລື່ອງສະເພາະ ຕ້ອງສະແດງໃຫ້ເຫັນຫລັກໝັ້ນຮັກຫອມສັນຕິພາບຂອງປະເທດຊາດຢ່າງຈະແຈ້ງ, ສະແດງໃຫ້ເຫັນມູນເຊື້ອ ວັດທະນທຳ ປະຫວັດສາດວິລະຊົນຂອງປະຊາຊົນ, ໄມຕິຈິດ, ນ້ຳໃຈຮ່ວມມື, ເປີດກວ້າງການພົວພັນກັບເພື່ອນມິດສາກົນ.”