ປະທານສະພາແຫ່ງຊາດເຂົ້າຮ່ວມພິທີປະກັບຫຼຽນໄຊເອກະລາດຊັ້ນ 2 ຢູ່ຄັງເງິນແຫ່ງລັດ
ປະທານສະພາແຫ່ງຊາດເຂົ້າຮ່ວມພິທີ
ປະກັບຫຼຽນໄຊເອກະລາດຊັ້ນ 2 ຢູ່ຄັງເງິນແຫ່ງລັດ
(ພາບ: chinhphu.vn)
(vovworld) - ຕອນເຊົ້າວັນທີ 29/05, ຢູ່ຮ່າໂນ້ຍ, ຄັງເງິນແຫ່ງລັດຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບຫຼຽນໄຊເອກະລາດຊັ້ນ 2, ເຊິ່ງເປັນຫຼຽນໄຊອັນສູງສົ່ງເຊິ່ງພັກ ແລະ ລັດໄດ້ມອບໃຫ້ ແລະ ກອງປະຊຸມຜູ້ແທນດີເດັ່ນຄັ້ງທີ 4. ທີ່ພິທີ, ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ 2 ໃຫ້ຄັງເງິນແຫ່ງລັດ, ກົງກັບວັນສ້າງຕັ້ງຄັງເງິນແຫ່ງລັດ (29/05).
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ອວຍພອນ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງຄັງເງິນແຫ່ງລັດ ບັນລຸໄດ້. ໃນທ່າອ່ຽງເຊື່ອມໂຍງ ແລະ ພັດທະນາ, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ຄັງເງິນແຫ່ງລັດ ຕ້ອງນຳໜ້າໃນການປະຕິຮູບດ້ານການບໍລິຫານ, ນຳໃຊ້ເຕັກໂນໂລຊີ… ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງພາລະກິດປ່ຽນໃໝ່ຂອງປະເທດຊາດ.