ປະທານສະພາແຫ່ງຊາດ ກຳປູເຈຍຢ້ຽມຢາມ ຫວຽດນາມ

 ປະທານສະພາແຫ່ງຊາດ ກຳປູເຈຍຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ ​ເລ​ແທນ​ຫາຍ ຕ້ອນຮັບທ່ານ Samdech Heng Samrin
ພາບ:vietnamplus.vn


(vovword) - ຕອນ​ບ່າ​ຍວັນ​ທີ 21/7, ຢູ່​ນະຄອນ ​ໂຮ່ຈິ​ມີນ, ທ່ານ ​ເລ​ແທນ​ຫາຍ ​ເລ​ຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈິ​ມີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ລາຊະ​ອານາຈັກ ກຳປູ​ເຈຍ, ໂດຍທ່ານSamdech Heng Samrin ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ນຳ​ຫນ້າ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 20 -25/7. ທ່ານ ​ເລ​ແທນ​ຫາຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ແລະ ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ແມ່ນ​ເສົາ​ຄ້ຳ​ສຳຄັນ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ. ຕອນ​ຄຳ່​ວັນດຽວ​ກັນ, ທ່ານ​ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈິ​ມີນ ກໍ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ຈັດ​ງານ​ລ້ຽງ​ຮອງ​ຮັບ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ