Vovworld- ຕອນບ່າຍວັນທີ 13/5, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນກຳມາທິການ ບັນດາເຜົ່າຂອງສະພາແຫ່ງຊາດ ລາວ ໂດຍທ່ານ ດວງດີ ອຸທະຈັກ, ປະທານກຳມາທິການບັນດາເຜົ່າເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງຖືວ່າ ການຢ້ຽນຢາມຂອງຄະນະໃນ ຄັ້ງນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງ 2 ປະເທດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ ແລະ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວໃຫ້ນັບມື້ນັບພັດທະນາ. ສ່ວນ ທ່ານ ດວງດີ ອຸທະຈັກ ປະທານກຳມາທິການ ບັນດາເຜົ່າ ຂອງສະພາແຫ່ງຊາດລາວ ໄດ້ຢືນຢັນວ່າ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ຍາມໃດກໍມານະພະຍາຍາມເພີ່ມພູນຄຸນສ້າງສາຍພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ, ກໍຄືການຮ່ວມມືຢ່າງແໜ້ນແຟ້ນກັບສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ.
ຄະນະຜູ້ແທນສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ເຮັດວຽກ ກັບຄະນະຜູ້ແທນກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ
(ພາບ: Phương Hoa/TTXVN)
|
ກ່ອນໜ້ານັ້ນຄືໃນຕອນເຊົ້າວັນທີ 13/5, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະພາຊົນເຜົ່າຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຄະຊໍເຟືອກ, ປະທານສະພາຊົນເຜົ່າ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບຄະນະຜູ້ແທນກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດ ລາວ ໂດຍທ່ານ ດວງດີ ອຸທະຈັກ, ປະທານກຳມາທິການບັນດາເຜົ່າເປັນຫົວໜ້າຄະນະ. ທີ່ການເຮັດວຽກ, 2 ຝ່າຍພ້ອມກັນແລກປ່ຽນບົດຮຽນໃນການເຄື່ອນໄຫວທີ່ກ່ຽວຂ້ອງເຖິງວຽກງານຊົນເຜົ່າ, ວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຕັ້ງຖິ່ນຖານຄົງທີ່ໃຫ້ປະຊາຊົນ, ບັນດານະໂຍບາຍການສຶກສາເຂດຊົນເຜົ່າສ່ວນໜ້ອຍ, ວຽກງານສ້າງກົດໝາຍ ແລະ ຕິດຕາມກວດກາ, ສຳລວດກວດກາການຜັນຂະຫຍາຍ, ປະຕິບັດບັນດານະໂຍບານທີ່ກ່ຽວຂ້ອງເຖິງເຂດຊົນເຜົ່າສ່ວນໜ້ອຍ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 – 16/5/2013, ຄະນະຜູ້ແທນກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດ ລາວ ຈະເຂົ້າຢ້ຽມຂຳ່ນັບປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ, ເຂົ້າຮ່ວມງານລ້ຽງຂອງທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ, ໄປເຮັດວຽກຢູ່ແຂວງ ກາວບັ່ງ, ລ້າງເຊີນ.