(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ທ່ານສະມາຊິກສະພາສູງອາເມລິກາ John McCain)
(vovworld) – ຕອນເຊົ້າວັນທີ 08/08, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບທ່ານສະມາຊິກສະພາສູງອາເມລິກາ John McCain, ສະມາຊິກກຳມາທິການວຽກງານການທະຫານ ແລະ ກຳມາທິການການຕ່າງປະເທດສະພາສູງອາເມລິກາ ແລະ ທ່ານສະມາຊິກສະພາສູງ Sheldon Whitehouse ພ້ອມກັບທີ່ປຶກສາ, ຜູ້ຊ່ວຍວຽກ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານ John McCain ເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງຫວຽດນາມ - ອາເມລິກາ, ພ້ອມທັງເຊື່ອໝັ້ນວ່າ ການພົວພັນລະຫວ່າງ 2 ປະເທດຈະມີບັນດາບາດກ້າວພັດທະນາທີ່ໝັ້ນຄົງໜັກແໜ້ນ. ທ່ານສະມາຊິກສະພາສູງ John McCain ຖືວ່າ ສະພາບການຢູ່ໃນໂລກພວມມີການຜັນແປຢ່າງສັບສົນ, ຫວຽດນາມ ແລະ ອາເມລິກາ ຕ້ອງເພີ່ມທະວີຄວາມມານະພະຍາຍາມໃນການຮ່ວມມື, ໂດຍສະເພາະແມ່ນດ້ານເສດຖະກິດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ John McCain ກໍ່ເນັ້ນໜັກເຖິງບັນດາສັນຍາການຄ້າ, ໂດຍສະເພາະແມ່ນສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) ແມ່ນມີຄວາມສຳຄັນຍິ່ງ ເຊິ່ງ 2 ປະເທດຄວນຊຸກຍູ້ ແລະ ລົງນາມ. ກ່ຽວກັບຄຳເຫັນຂອງທ່ານ John McCain ແລະ ບັນດາສະມາຊິກກ່ຽວກັບສະພາບການໃນພາກພື້ນ ແລະ ຢູ່ໃນໂລກ ແລະ ທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖືວ່າ ບັນດາປະເທດຕ້ອງເຄົາລົບກົດໝາຍສາກົນ ແລະ ຢືນຢັນວ່າຍາມໃດຫວຽດນາມ ກໍ່ຫວັງມີສະຖຽນລະພາບ, ສ້າງການພົວພັນຄູ່ຮ່ວມມືກັບບັນດາປະເທດໃນໂລກເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນທົ່ວໂລກ.