(vovworld) - ຕອນເຊົ້າວັນທີ 18/5, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ໄດ້ມີການພົບປະສັງສັນຢ່າງສະໜິດສະໜົມກັບຄະນະຜູ້ແທນຊາວໜຸ່ມຕຳຫຼວດທີ່ດີເດັ່ນ. ຕາງໜ້າໃຫ້ການນຳພັກ, ລັດ, ສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຝາກຄຳອວຍພອນອັນດີງາມມາຍັງໄວໜຸ່ມຕຳຫຼວດປະຊາຊົນ, ພ້ອມທັງຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງສະມາຊິກຊາວໜຸ່ມ, ຊາວໜຸ່ມຕຳຫຼວດດີເດັ່ນບັນລຸໄດ້. ທ່ານປະທານສະພາແຫ່ງຊາດເຊື່ອໝັ້ນວ່າ, ແບບຢ່າງທີ່ດີເດັ່ນ 171 ຄົນໃນມື້ນີ້ ແລະ ໄວໜຸ່ມຕຳຫຼວດປະຊາຊົນຈະສືບຕໍມີການປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະກອບສ່ວນສ້າງກຳລັງຕຳຫຼວດປະຊາຊົນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ:
“ຊາວໜຸ່ມຕຳຫຼວດແມ່ນກຳລັງທີ່ໜ້າໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນໃນການປະຕິວັດປົດປ່ອຍຊາດ ແລະ ໃນພາລະກິດປ່ຽນແປງໃໝ່ໃນປະຈຸບັນ. ບັນດາສະຫາຍສົມເປັນກຳລັງປະຕິວັດຂອງພັກເຮົາ ແລະ ປະຊາຊົນເຮົາ ໄດ້ສ້າງວິລະກຳຫຼາຍຢ່າງ, ຜ່ານຜ່າການທ້າທາຍຫຼາຍຢ່າງເພື່ອຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສະປະເທດຊາດ. ຂ້າພະເຈົ້າປາດຖະໜາ, ເຊື່ອໝັ້ນ ແລະ ອວຍພອນໃຫ້ບັນດາສະຫາຍ, ຊາວໜຸ່ມຕຳຫຼວດປະຊາຊົນທັງໝົດ, ພ້ອມກັບກຳລັງປະກອບອາວຸດຂອງທົ່ວປະເທດ, ຊາວໜຸ່ມທົ່ວປະເທດປະຕິບັດພາລະກຳປະຫວັດສາດຂອງຕົນ. ປະຈັນບານ, ມີຫົວຄິດປະດິດສ້າງ, ອາສາສະໝັກ ເພື່ອຂະບວນການຊາວໜຸ່ມເປັນແທ້ຈິງ, ປະຕິບັດຕາມຄຳສັ່ງສອນ 6 ຂໍ້ຂອງລຸງໂຮ່ສຳລັບກຳລັງຕຳຫຼວດປະຊາຊົນ ”