ປະທານສະພາແຫ່ງຊາດ ຫງວຽນຊິງຮຸງ ພົບປະ ເຈລະຈາກັບປະທານາທິບໍດີ ຮຸງກາຣີ
(ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ)
(vovworld) – ຕອນບ່າຍວັນທີ 27/11, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີຮຸງກາຣີ Ader Janos. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ມີແຜນນະໂຍບາຍພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຮຸງກາຣີ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ແລະ ທ່ານປະທານາທິບໍດີຮຸງກາຣີ Ader Janos, ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໜ້າບັນດາບາດກ້າວພັດທະນາຢ່າງດີງາມໃນການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາ. 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ກໍ່ຄືສະໜັບສະໜູນ ແລະ ສົມທົບກັນບົນເວທີປາໄສລັດຖະສະພາຫຼາຍຝ່າຍ. ການນຳ 2 ຝ່າຍເຊື່ອມໝັ້ນວ່າບັນດາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນບົດຮຽນຂອງບັນດາອົງການສະເພາະກິດຂອງສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ, ຄະນະສະມາຊິກສະພາແຫ່ງຊາດ ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ອົງການນິຕິບັດຍັດກວ່າອີກ. ໂດຍຜ່ານທ່ານປະທານາທິບໍດີຮຸງກາຣີ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ສົ່ງຄຳເຊີນທ່ານປະທານສະພາແຫ່ງຊາດຮຸງກາຣີ Kueve Laxlo ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຮຸງກາຣີ ເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ຊຶ່ງຈັດຂຶ້ນຢູ່ຮ່າໂນ້ຍ ໃນເດືອນ 03/2015.