ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມ ສ.ອູຣູກວາຍຕາເວັນອອກ ຢ່າງເປັນທາງການ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະເຂົ້າຮ່ວມການໂອ້ລົມສົນທະນາ, ພົບປະກັບການນຳຂັ້ນສູງ ອູຣູກວາຍ, ເຊັນຂໍ້ຕົກລົງຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ
ພາບປະກອບ: TTXVN |
ຕອນບ່າຍວັນທີ 26 ເມສາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງໄປມາຮອດນະຄອນຫຼວງ Montevideo, ເລີ່ມຕົ້ນການຢ້ຽມຢາມ ປະເທດ ສ.ອູຣູກວາຍຕາເວັນອອກ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອູຣູກວາຍ Beatriz Argimon Cedeira.
ເຂົ້າຮ່ວມການຕ້ອນຮັບປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນທີ່ສະໜາມບິນການທະຫານ ຢູ່ນະຄອນຫຼວງ Montevideo ມີ: ທ່ານເອກອັກຄະລັດຖະທູດ Santiago Wins ຫົວໜ້າກົມພິທີການກະຊວງການຕ່າງປະເທດ ອູຣູກວາຍ, ທ່ານ ເຢືອງກວັກແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ທັງປະຈຳ ອູຣູກວາຍ, ພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ປະຈຳ ອູຣູກວາຍ.
ຄາດວ່າ, ໃນການຢ້ຽມຢາມອູຣູກວາຍຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະເຂົ້າຮ່ວມການໂອ້ລົມສົນທະນາ, ພົບປະກັບການນຳຂັ້ນສູງ ອູຣູກວາຍ, ເຊັນຂໍ້ຕົກລົງຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ, ເຂົ້າຮ່ວມບາງການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອູຣູກວາຍ, ເປັນສັກຂີພິຍານໃນພິທີເຊັນເອກະສານຮ່ວມມືຂອງບາງອົງການ, ທ້ອງຖິ່ນ.