( vovworld ) - ຕອນບ່າຍວັນທີ 4/6, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ອານຸສົນ ຈີນວັນໂນ ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດທ່ານມາຮັບໜ້າທີ່ການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ. ທ່ານປະທານສະພາແຫ່ງຊາດກໍປາດຖະໜາວ່າ ໃນໄລຍະທີ່ຈະມາເຖິງ, ສະພາແຫ່ງຊາດສອງປະເທດຈະເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ແລກປ່ຽນຄະນະຜູ້ແທນ ແລະ ແລກປ່ຽນບັນດາກຸ່ມສະມາຊິກສະພາມິດຕະພາບຍິ່ງກວ່າອີກ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາສາກົນ ແລະ ພາກພື້ນ.
ແລະກໍ່ໃນວັນດຽວກັນ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດອີນໂດເນເຊຍ ປະຈຳຫວຽດນາມ Mayerfas, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຢືນຢັນວ່າ ຢາມໃດຫວຽດນາມ ກໍຖືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບອີນໂດເນເຊຍ ເປັນສຳຄັນ. ບັນດາຜົນງານທີ່ບັນລຸໄດ້ໃນສາຍພົວພັນລະຫວ່າງສອງປະເທດ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ສອງຊາດເທົ່ານັ້ນ, ຫາກຍັງປະກອບສ່ວນໃຫ້ແກ່ສັນຕະພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນອີກດ້ວຍ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ກໍສະເໜີວ່າ ໄປຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ສອງປະເທດຄວນຊຸກຍູ້ການຮ່ວມມືໃນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ແລກປ່ຽນຄະນະຜູ້ແທນຂັ້ນສູງກວ່າອີກ ບົນພື້ນຖານມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ.