(vovworld) - ຕອນບ່າຍວັນທີ 3/10, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງວຽງຈັນ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ລາວ ແລະ ສຳເລັດການເຂົ້າຮ່ວມກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ - ເອີລົບ ຄັ້ງທີ 7 (ASEP 7) ຢ່າງຈົບງາມ.
ໃນໄລຍະຢູ່ຢ້ຽມຢາມລາວ ແລະ ເຂົ້າຮ່ວມກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ - ເອີລົບ ຄັ້ງທີ 7 (ASEP 7), ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ. ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ. ທີ່ບັນດາການພົບປະ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ສືບຕໍ່ຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນເວທີປາໄສຫຼາຍຝ່າຍເພື່ອສັນຕິພາບ, ການພັດທະນາ ແລະ ຄວາມວັດຖະນາຖາວອນໃນພາກພື້ນ ແລະ ຢູ່ໃນໂລກ. ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ມີຄວາມເພີ່ງພໍໃຈເມື່ອເຫັນວ່າການພັດທະນາການພົວພັນລະຫວ່າງ 2 ພັກ, 2 ລັດ, 2 ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດສືບຕໍ່ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນແທດຈິງ.