ປະທານາທິບໍດີຊີຣີສະເໜີຂໍ້ລິເລີ່ມ 3 ໄລຍະ
ປະທານາທິບໍດີຊີຣີ Bashar Al Assad
(ພາບ:giaoduc.net.vn)
(vovworld): ວັນທີ 6/1, ປະທານາທິບໍດີຊີຣີ Bashar Al Assad ໄດ້ອ່ານສູນທອນພົດທາງໂທລະພາບ ສະເໜີຂໍ້ລິເລີ່ມຮຽກຮ້ອງໃຫ້ປະຊາຊົນຊີຣີ ຈົ່ງສາມັກຄີກັນເພື່ອຜ່ານຜ່າວິກິດການດ້ວຍຄວາມຫວັງຈະສາມາດແກ້ໄຂບັນຫາໃນປະຈຸບັນຂອງຊີຣີ ໄດ້. ຂໍ້ລິເລີ່ມລວມມີ 3 ໄລຍະ: ຄຳສັ່ງຢຸດຍິງ, ການເຈລະຈາແຫ່ງຊາດຮອບດ້ານ ແລະ ການສ້າງລັດຖະບານ, ສະພາແຫ່ງຊາດເປີດກ້ວາງ. ອຳນາດການປົກຄອງຈະປະກາດລາຍລະອຽດກ່ຽວກັບແຜນການນີ້ໂດຍໄວ ພ້ອມທັງຮຽກຮ້ອງໃຫ້ປະເທດຕ່າງໆຈົ່ງຢຸດການໜູນຊ່ວຍກຳລັງປະກອບອາວຸດໃຫ້ແກ່ຝ່າຍຄ້ານ. ຕາມ
ປະທານາທິບໍດີຊີຣີ, ອຳນາດການປົກຄອງຈະຮຽກໂຮມຈັດກອງປະຊຸມເຈລະຈາແຫ່ງຊາດກັບຝ່າຍຄ້ານຢູ່ພາຍໃນ ແລະ ນອກຊີຣີ. ຫຼັງຈາກນັ້ນ, ຈະດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດໃໝ່, ຕໍ່ຈາກນັ້ນແມ່ນການສ້າງຕັ້ງລັດຖະບານໃໝ່.