ປະທານາທິບໍດີຊີຣີສະໜັບສະໜູນຄວາມມານະພະຍາຍາມຕ້ານກໍ່ການຮ້າຍຂອງສາກົນ
ທ່ານປະທານາທິບໍດີ ຊີຣີ Bashar al – Assad
(ພາບ: Press TV)
(vovworld) – ວັນທີ 23/9, ທ່ານປະທານາທິບໍດີ ຊີຣີ Bashar al – Assad ຖະແຫຼງວ່າ: ອຳນາດການປົກຄອງຂອງທ່ານສະໜັບສະໜູນບໍ່ວ່າຄວາມມານະພະຍາຍາສາກົນໃດໆເພື່ອຕ້ານກໍ່ການຮ້າຍ, ພ້ອມທັງຈະເປັນເຈົ້າການຊຸກຍູ້ບັ້ນຮົບນີ້. ຕາມການນຳຊີຣີແລ້ວ, ຜົນງານຂອງບັນດາຄວາມມານະພະຍາຍາມຕ້ານກໍ່ການຮ້າຍບໍ່ພຽງແຕ່ອີງໃສ່ການກະທຳດ້ານການທະຫານເທົ່ານັ້ນ, ຫາກຍັງອີງໃສ່ຄຳໝັ້ນສັນຍາສຳລັບບັນດາມະຕິສາກົນທີ່ກ່ຽວຂ້ອງ, ແນໃສ່ມະຕິມໍ່ໆມານີ້ຂອງ ສະພາຄວາມໝັ້ນຄົງ ສປຊ ໃນການຮັບມື້ກັບ IS ແລະ ແນວໂຮມ al – Nusra ຢູ່ ອີຣັກ ແລະ ຊີຣີ ທີ່ເຄີຍມີສ່ວນກ່ຽວຂ້ອງເຖິງເຄືອຂ່າຍກໍ່ການຮ້າຍສາກົນ al – Qaeda. ຖະແຫຼງການດັ່ງກ່າວໂດຍທ່ານປະທານາທິບໍດີ Assad ຍົກອອກມາພາຍຫຼັງ ອາເມລິກາ ແລະ 5 ປະເທດ ອາຣັບ ດຳເນີນການບຸກໂຈມຕີທາງອາກາດແນໃສ່ເປົ້າໝາຍຂອງອົງການ “ລັດອິດສະລາມ” (IS) ໃນຜືນແຜ່ນດິນຂອງ ຊີຣີ ດ້ວຍບັນດາເຮືອບິນສູ້ຮົບ, ເຮືອບິນຖີ້ມລະເບີດ ແລະ ລູກສອນໄຟ Tomahawk. ຕາມອົງການຕິດຕາມກວດກາສິດທິມະນຸດ ຊີຣີ ແລ້ວ, ກຳລັງສຳພັນທະມິດໂດຍອາເມລິກາ ນຳໜ້າໄດ້ດັບສູນພາກສ່ວນຫົວຮຸນແຮງ 120 ຄົນ, ໃນນັ້ນມີສະມາຊິກ IS 70 ຄົນ ແລະ ມືປືນ al – Qaeda 50 ຄົນ. ອົງການນີ້ກໍ່ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດກໍ່ມີ 300 ຄົນຖືກຮັບບາດເຈັບ, ໃນນັ້ນ 100 ຄົນຖືກບາດເຈັບໜັກໃນການບຸກໂຈມຕີທາງອາກາດຄັ້ງຕ່າງໆ.