ທ່ານປະທານາທິບໍດີ ປາແລັດສຕິນ Mahmoud Abbas
(ພາບ: TTXVN)
(vovworld) – ໃນການພົບປະກັບທ່ານ Ban Ki – moon ເລຂາທິການໃຫຍ່ສະຫະປະຊາຊາດ ຢູ່ Ramallah ໃນວັນທີ 21/10, ທ່ານປະທານາທິບໍດີ ປາແລັດສຕິນ Mahmoud Abbas ຮຽກຮ້ອງທ່ານເລຂາທິການໃຫຍ່ສະຫະປະຊາຊາດປົກປ້ອງພົນລະເມືອງ ປາແລັດສຕິນ ໃນສະພາບການໃຊ້ຄວາມຮຸນແຮງລະຫວ່າງຊາວ ປາແລັດສຕິນ ກັບຊາວ ອິດສະລາແອນ ຍັງຄົງສືບຕໍ່. ທ່ານປະທານາທິບໍດີ ປາແລັດສຕິນ ຢືນຢັນວ່າ: “ປະຊາຊົນ ປາແລັດສຕິນ, ພິເສດແມ່ນຊາວໜຸ່ມ, ບໍ່ຢາກມີການໃຊ້ຄວາມຮຸນແຮງ ແລະ ບໍ່ມີໃຜກໍ່ກວນຍຸແຍ່ ຫຼື ມີຄວາມອາຄາດ”. ທ່ານ Abbas ຮຽກຮ້ອງອີກຄັ້ງໜຶ່ງໃຫ້ “ຢຸດຕິການຢືດຄອງດ້ານການທະຫານໄລຍະຍາວທີ່ສຸດໃນປະຫວັດສາດ”
ສ່ວນທ່ານ Ban Ki – moon ເລຂາທິການໃຫຍ່ສະຫະປະຊາຊາດ ຢັ້ງຢືນຄືນໃໝ່ວ່າ: ບັນດາການນຳ ອິດສະລາແອນ ແລະ ປາແລັດສຕິນ ຄວນກາຍເປັນຄູ່ຮ່ວມມືຂອງກັນ ແລະ ກັນທັງຄຳເວົ້າ ແລະ ການກະທຳ ແລະ ຕ້ອງຢຸດຕິບັນດາການກະທົບ ຕາມລຳພັງຝ່າຍດຽວທີ່ກໍ່ໃຫ້ເກີດຄວາມອາຄາດ ແລະ ທຳລາຍໂອກາດສັນຕິພາບ ໂດຍໄວ. ທ່ານ Ban Ki – moon ເນັ້ນໜັກເຖິງມາດຕະການ 2 ປະເທດ, ພ້ອມທັງຖືວ່າ: ປະຊາຄົມສາກົນຄວນສົມທົບກັນຊຸກຍູ້ຫລັກການນີ້ ເພື່ອແນໃສ່ບັນລຸໄດ້ມາດຕະການຮອບດ້ານ ແລະ ສັນຕິພາບຕະຫລອດການ.