ປະທານາທິບໍດີ ຝຣັ່ງ Francois Hollande ແລະ ປະທານາທິບໍດີ ຟິລິບປິນ Benigno Aquino 3
(ພາບ: AFP)
(vovworld) – ວັນທີ 26/2, ທ່ານປະທານາທິບໍດີ ຝຣັ່ງ Francois Hollande ໄດ້ໄປຍັງ ຟິລິບປິນ ໃນຂອບເຂດການຢ້ຽມຢາມຄັ້ງທຳອິດຂອງປະມຸກລັດ ຝຣັ່ງ ໄປຍັງປະເທດ ອາຊີຕາເວັນອອກສ່ຽງໃຕ້ ນີ້. ການຢ້ຽມຢາມແມ່ນສ່ວນໜຶ່ງໃນບັ້ນເຄື່ອນໄຫວຂອງທ່ານປະທານາທິບໍດີ ຝຣັ່ງ ສ້າງທ່າດ້ານການທູດກ່ອນທີ່ຈັດກອງປະຊຸມສຸດຍອດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຊຶ່ງຄາດວ່າຈະຈັດຂຶ້ນຢູ່ ປາຣີ ໃນທ້າຍປີນີ້.
ທີ່ການເຈລະຈາກັບທ່ານປະທານາທິບໍດີ ຟິລິບປິນ Benigno Aquino 3, ການນຳ 2 ທ່ານໄດ້ຮຽກຮ້ອງປະຊາຄົມໂລກກະທຳຢ່າງຮີບດ່ວນເພື່ອຕ້ານຄືນສະພາບການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງຈຸດໝາຍແມ່ນເຊັນຂໍ້ຕົກລົງທົ່ວໂລກກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ກອງປະຊຸມດິນຟ້າອາກາດຄັ້ງທີ 21 ຂອງ ສປຊ (COP – 21), ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ ໃນເດືອນ 12 ຈະມາເຖິງ. ຂໍ້ຕົກລົງໃໝ່ນີ້ຈະທົດແທນໃຫ້ສົນທິສັນຍາ Kyoto ທີ່ໝົດກຳນົດເວລາໃນປີ 2020, ດ້ວຍເນື້ອໃນຊຸກຍູ້ເປົ້າໝາຍຂອງ ສປຊ ກ່ຽວກັບການສະກັດກັ້ນເລື່ອງອຸນຫະພຸມທົ່ວໂລກອຸ່ນຂຶ້ນ 2 ອົງສາ ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ.