(ພາບປະກອບ)
(vovworld) - ວັນທີ 05/02, ທ່ານປະທານາທິບໍດີຝລັ່ງ Francois Hollande ໄດ້ຮຽກຮ້ອງໃຫ້ບັນດາປະເທດໃຊ້ສະກຸນເງິນເອີໂລ (Eurozone) ຜັນຂະຫຍາຍນະໂຍບາຍຕະຫຼາດແລກປ່ຽນເງິນຕາ ເພື່ອແນໃສ່ປົກປ້ອງສະກຸນເງິນລວມຂອງພາກພື້ນ ຕໍ່ໜ້າບັນດາການຜັນແປທີ່ຜິດປົກກະຕິ. ທ່ານ Hollande ຍົກອອກຄຳຮຽກຮ້ອງດັ່ງກ່າວ ໃນຂະນະທີ່ນັບມື້ນັບມີເຈົ້າໜ້າທີ່ຫຼາຍທ່ານໃນລັດຖະບານຝລັ່ງ ວິຕົກກັງວົນວ່າ ສະກຸນເງິນເອີໂລແຂງຄ່າເກີນໄປ, ເພາະສະນັ້ນອາດຈະສົ່ງຜົນສະທ້ອນເຖິງການສົ່ງອອກ ແລະ ການເຕີບໂຕດ້ານເສດຖະກິດໃນພາກພື້ນ. ໃນບົດກ່າວປາໄສທຳອິດໃນຖານະເປັນປະທານາທິບໍດີຕໍ່ລັດຖະສະພາເອີລົບ, ທ່ານ Hollande ຢືນຢັນວ່າ ບັນດາການປະຕິຮູບກ່ຽວກັບຄວາມສາມາດແກ່ງແຍ້ງ ເຊິ່ງຫຼາຍປະເທດໃນ Eurozone ພວມປະຕິບັດມີໄພຖືກລົ້ມລະລາຍຍ້ອນອັດຕາແລກປ່ຽນລະຫວ່າງເງິນເອີໂລ ແລະ USD ໃນປະຈຸບັນຜິດດຽງຫຼາຍດ້ວຍ 1,35 ເອີໂລ ຕໍ່ 1 USD. ທ່ານໄດ້ຖືວ່າພາກພື້ນນີ້ ພວມເຮັດໃຫ້ເງິນເອໂລ ຖືກຜົນກະທົບຢ່າງງ່າຍດາຍຈາກບັນດາການຜັນແປທີ່ຜິດປົກກະຕິ, ເພາະສະນັ້ນ ຕ້ອງມີນະໂຍບາຍກ່ຽວກັບອັດຕາແລກປ່ຽນ ເພື່ອຫີຼກລ້ຽງການຂຶ້ນກັບສະກຸນເງິນທີ່ມີອັດຕາແລກປ່ຽນບໍ່ເໝາະສົມກັບສະພາບເສດຖະກິດຂອງປະເທດຕົນ.