ປະທານາທິບໍດີລັດເຊຍຊົມເຊີຍຄວາມຕັດສິນໃຈແກ້ໄຂວິກິດການຂອງປະທານາທິບໍດີຢູແກຼນຄົນໃໝ່
ທ່ານປະທານາທິບໍດີຫາກໍ່ໄດ້ຮັບການເລືອກຕັ້ງ ຢູແກຼນ Petro Poroshenko ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: baomoi.com)
(vovworld) – ວັນທີ 6/6, ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັນຢູ່ ປາຣີ ກັບທ່ານປະທານາທິບໍດີຫາກໍ່ໄດ້ຮັບການເລືອກຕັ້ງ ຢູແກຼນ Petro Poroshenko , ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຕີລາຄາສູງຄວາມປາດຖະໜາຢາກແກ້ໄຂສະພາບການຢູ່ ຢູແກຼນ ຂອງທ່ານ Poroshenko, ພ້ອມທັງກ່າວເຕືອນກ່ຽວກັບກໍລະນີ ຢູແກຼນ ເຊັນສັນຍາຮ່ວມສຳພັນກັບ ສະຫະພາບ ເອີລົບ.
ກ່ຽວກັບມາດຕະການຢຸດຕິວິກິດການການເມືອງ ແລະ ສັງຄົມໃນປະຈຸບັນ ຢູ່ ຢູແກຼນ, ທ່ານປະທານາທິບໍດີ Putin ຮຽກຮ້ອງໃຫ້ອຳນາດການປົກຄອງ ກີແອບ ສ້າງຕັ້ງການໂອ້ລົມສົນທະການກັບທົ່ວປວງຊົນ. ເງື່ອນໄຂຕັດສິນຊີ້ຄາດເພື່ອສ້າງຕັ້ງການໂອ້ລົມສົນທະນາແມ່ນ ອຳນາດການປົກຄອງ ກີແອບຕ້ອງຢຸດຕິບັນດາບັ້ນການທະຫານຢູ່ທາງທິດຕາເວັນອອກສ່ຽງເໜືອ ຢູແກຼນ.
ກ່ຽວກັບຄວາມບໍ່ລົງລອຍກັນທາງດ້ານລາຄາອາຍແກດລະຫວ່າງ ກີແອບ ແລະ ມົດສະກູ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ: ກຸ່ມບໍລິສັດພະລັງງານຊັ້ນນຳ 2 ແຫ່ງຂອງປະເທດນີ້ພວມເຈລະຈາ ແລະ ໃກ້ຈະບັນລຸໄດ້ “ຂໍ້ຕົກລົງສຸດທ້າຍ”, ໃນນັ້ນບໍ່ເວັ້ນເສຍແຕ່ກໍ່ລະນີ ມົດສະກູ ຈະປານີປະນອມກ່ຽວກັບດ້ານລາຄາ ຖ້າຫາກ ກີແອບ ປະຕິບັດເງື່ອນໄຂບາງຢ່າງ.