ທ່ານ Donald Trump ຜູ້ທີ່ຫາກໍ່ໄດ້ຮັບໄຊຊະນະໃນ
ການເລືອກຕັ້ງ ປະທານາທິບໍດີ ສະຫະລັດອາເມລິກາ
(ພາບ: AFP/TTXVN)
(vovworld)- ວັນທີ 14/11, ທ່ານ Vladimir Putin ປະທານາທິບໍດີລັດເຊຍ ແລະ ທ່ານ Donald Trump ຜູ້ທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບ, ໃນນັ້ນໄດ້ປຶກສາຫາລື ກ່ຽວກັບການພົວພັນ ລັດເຊຍ-ອາເມລິກາ ໃນອະນາຄົດ. ທີ່ການໂອ້ລົມທາງໂທລະສັບ, ປະທານາທິບໍດີລັດເຊຍ Putin ສະແດງຄວາມພ້ອມທີ່ຈະຈັດການເຈລະຈາຄູ່ຮ່ວມມື ກັບອຳນາດການປົກຄອງໃໝ່ ຂອງສະຫະລັດອາເມລິກາ ບົນຫຼັກການສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ. ຕາມ ວັງ Kremlin ແລ້ວ, ໃນການໂອ້ລົມທາງໂທລະສັບ, ສອງຝ່າຍບໍ່ພຽງແຕ່ເຫັນດີເປັນເອກະພາບ ຕໍ່ທັດສະນະໃນການຕີລາຄາ ກ່ຽວກັບສະພາບຕົວຈິງແຫ່ງການພົວພັນ ລັດເຊຍ-ອາເມລິກາ ທີ່ບໍ່ສະດວກຄືໃນປັດຈຸບັນເທົ່ານັ້ນ ຫາກຍັງສະແດງຄວາມປາດຖະໜາ ຢາກເຮັດວຽກຮ່ວມກັນຢ່າງຕັ້ງໜ້າ ເພື່ອຫັນການພົວພັນສອງຝ່າຍໃຫ້ເປັນປົກກະຕິ ແລະ ຮ່ວມມືໃນທຸກບັນຫາ. ທ່ານ Putin ແລະ ທ່ານ Trump ເນັ້ນໜັກເຖິງຄວາມສຳຄັນຕ້ອງສ້າງ ຄວາມໄວ້ເນື້ອເຊື່ອໃຈພື້ນຖານ ໃຫ້ແກ່ການພົວພັນສອງຝ່າຍ ດ້ວຍວິທີພັດທະນະການຮ່ວມມື ກ່ຽວກັບດ້ານເສດຖະກິດການຄ້າ. ສອງຝ່າຍພ້ອມກັນແບ່ງປັນທັດສະນະ ກ່ຽວກັບຄວາມຈຳເປັນຕ້ອງເຫັນດີເຫັນພ້ອມ ຕໍ່ບັນດາຄວາມມານະພະຍາຍາມ ໃນການຕໍ່ສູ້ຕ້ານສັດຕູລວມ ນັ້ນແມ່ນລັດທິກໍ່ການຮ້າຍ ແລະ ຫົວຫຸນແຮງ, ພ້ອມທັງປຶກສາຫາລື ກ່ຽວກັບວິກິດການ ຢູ່ຊີຣີ.